ນະຄອນໂຮ່ຈິມິນ ສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງ ກຳມະບານຫວຽດນາມ

ນະຄອນໂຮ່ຈິມິນ ສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງ ກຳມະບານຫວຽດນາມ - ảnh 1
ນະຄອນ​ໂຮ່ຈິ​ມິນ ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳມະບານ​ຫວຽດນາມ
(ພາບ: TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 26/07, ສະຫະພັນ​​ແຮງ​ງານນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳມະບານ​ຫວຽດນາມ. ທີ່​ພິທີ, ການ​ນຳ​ນະຄອນ​ໄດ້​ຕີ​ລຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງການ​ຈັດ​ຕັ້ງ​ກຳມະບານ, ຊົນ​ຊັ້ນ​ກຳ​ມະກອນ​ນະຄອນ ​ໃນ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ນະ​ທາດ, ມູນ​ເຊື້ອອັນ​ສະຫງ່າ​ລາສີ​ຂອງ​ຊົນ​ຊັ້ນ​ກຳມະ​ກອນ​ຫວຽດນາມ. ​ໃນ​ນັ້ນ ມີ​ກຳມະບານ​ຂັ້ນ​ຮາກ​ຖານ​ໄດ້​ມີ​ບັນດາ​ບັນດາ​ມາດ​ຕະການ​ທີ່​ມີ​ຫົວຄິດ​ປະດິດ​ສ້າງຢ່າງ​ຕັ້ງໜ້າ, ​ແທດ​ຈິງ ປະກອບສ່ວນ​ສ້າງ​ການ​ພົວພັນ​ກດ້ານ​ແຮງ​ງານ​ຢ່າງ​ສົມ​ເຫດ​ສົມ​ຜົນ, ໝັ້ນຄົງ ​ແລະ ກ້າວໜ້າ​ໃນ​ວິ​ສາ​ຫະກິດ. ທ່ານ​ນາງ ຫງວຽນ​ທິທູ, ປະທານສະຫະພັນ​​ແຮງ​ງານນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ສ້າງ​ກຳມະບານ​ທຸກ​ຈັ້ນ​​ໃຫ້ໝັ້ນຄົງ, ​ເຂັ້ມ​ແຂງ ພວກ​ຂ້າພະ​ເຈົ້າ​ຈະ​ມີ​ແຜນການ​ລົງທຶນ, ບຳລຸງ​ສ້າງ​ໃຫ້​ຖັນ​ແຖວ​ພະນັກງານ​ຂອງ​ຕົນ ​ໃນ​ນັ້ນ​ມີ​ການ​ບຳລຸງ​ສ້າງ​ຄວາມ​ສາມ​າດຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ເຫດການ. ພິ​ເສດ​​ໃນການ​ເຄື່ອນ​ໄຫວ, ພວກ​ຂ້າພະ​ເຈົ້າ​ຈະ​ປະຕິບັດ​ຢ່າງ​​ໃກ້ຊິດ​ກັບ​ຮາກ​ຖານ​ກວ່າ, ພະຍາຍາມ​ໃຫ້​ເໝາະ​ສົມ​ກັບ​ສິດ​ຂອງ​ກຳມະ​ກອນ, ພາລະ​ກອນ ​ແລະ ຄົນ​ງານ​ກວ່າ.”


ຂ່າວ/ບົດ​ອື່ນ