ນະຄອນໂຮ່ຈິມິນ ແລະ ນະຄອນ Busan, ສ.ເກົາຫຼີ ຊຸກຍູ້ການຮ່ວມມືຮອບດ້ານ

ນະຄອນໂຮ່ຈິມິນ ແລະ ນະຄອນ Busan, ສ.ເກົາຫຼີ ຊຸກຍູ້ການຮ່ວມມືຮອບດ້ານ - ảnh 1
(ທ່ານ​ຮອງ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​​ເຕີ​ດ​ແທ່ງ​ກາງ)

(vovworld) –  ຕອນ​ບ່າຍ​ວັນ​ທີ 24/07, ທ່ານ​ຮອງ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​​ເຕີ​ດ​ແທ່ງ​ກາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Kim Jong hae, ຮອງ​ເຈົ້າຄອງ​ນະຄອນ Busan, ​ແຫ່ງສ.​ເກົາຫຼີ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ໂຮ່ຈິ​ມິນ. ທີ່​ການ​ຕ້ອນຮັບ, ທ່ານ ເຕີ​ດ​ແທ່ງ​ກາງ ​ເນັ້ນ​ໜັກ​ວ່າ, ພາຍຫຼັງ​ກວ່າ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ແຮກ​ສ່ຽວ, ນະຄອນ​ໂຮ່ຈິ​ມິນ ​ແລະ Busan ​ໄດ້​ສ້າງ​ພື້ນຖານ​ການ​ພົວພັນໃນ​ຫຼາຍ​ຂົງ​ເຂດ​ຄື​ສາທາລະນະ​ສຸກ, ການ​ສຶກສາ, ວັດທະນະທຳ… ຢ່າງ​ໝັ້ນຄົງ ນັບ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ. ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ໜູນ​ຊ່ວຍ, ຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນ​ໃນ​ຫຼາຍ​ຂົງ​ເຂດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ, ຜ່ານ​ນັ້ນ ​ໄດ້​ເພີ່ມ​ພູນ​ຄູນສ້າງສາ​ຍພົວພັນ​ມິດຕະພາບ​ລະຫວ່າງ 2 ນະຄອນ ກໍ່​ຄື​ການ​ພົວພັນ​ລະຫວ່າງ​ຫວຽດນາມ ສ.​ເກົາຫຼີ ​ໃຫ້​ພັດທະນາ​ຢ່າງ​ແຮງ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ສ່ວນທ່ານ Kim Jong hae, ຮອງ​ເຈົ້າຄອງ​ນະຄອນ Busan ຢືນຢັນ​ວ່າ, ການ​ພົວພັນ​ລະຫວ່າງ​ 2 ນະ​ຄອນ​ເວົ້າ​ສະ​ເພາະ ​ແລະ ສ.​ເກົາຫຼີ - ຫວຽດນາມ ​ເວົ້າ​ລວມ ພວມ​ພັດທະນາ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງຂວາງ. ທ່ານ Kim Jong hae ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຈະ​ສືບ​ຕໍ່​ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮອບ​ດ້ານ​ລະຫວ່າງ 2 ນະຄອນ ກໍ່​ຄື​ລະຫວ່າງ​ສ.​ເກົາຫຼີ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ