ນະຄອນໂຮ່ຈີມິນ ແລະ ຟິີລິບປິ່ນ ຍູ້ແຮງການຮ່ວມມືແລກປ່ຽນດ້ານການຄ້າ

(VOVWORLD) - ຟີລິບປິ່ນ ຖືເປັນສຳຄັນການພົວພັນກັບຫວຽດນາມ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມຢ່າງແຮງກວ່າອີກ

ນະຄອນໂຮ່ຈີມິນ ແລະ ຟິີລິບປິ່ນ ຍູ້ແຮງການຮ່ວມມືແລກປ່ຽນດ້ານການຄ້າ - ảnh 1ທ່ານ ເລແທງລຽມຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ  ຕ້ອນຮັບທ່ານ Ceferino S.rodolfo ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຟີລິບປິ່ນ

(ພາບ: TTXVN)

ຕອນບ່າຍວັນທີ 20 ມິຖຸນາ, ທີ່ການຕ້ອນຮັບທ່ານ Ceferino S.rodolfo ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຟີລິບປິ່ນ. ທ່ານ ເລແທງລຽມ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຖືວ່າ ການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ Ceferino S.rodolfo ຢູ່ຫວຽດນາມ, ໃນນັ້ນ ມີນະຄອນໂຮ່ຈີມິນ, ຈະປະກອບສ່ວນເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືລົງທຶນ, ການຄ້າລະຫວ່າງສອງຝ່າຍດີກວ່າອີກ, ພ້ອມທັງຊ່ວຍໃຫ້ວິສາຫະກິດຂອງສອງຝ່າຍຊອກຫາບັນດາກາລະໂອກາດຮ່ວມມືໃໝ່. ທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເຊື່ອໝັ້ນວ່າ “ກອງປະຊຸມແລກປ່ຽນຄ້າຂາຍລະຫວ່າງວິສາຫະກິດຫວຽດນາມ - ຟີລິບປິ່ນ” ໂດຍກະຊວງອຸດສາຫະກຳ ແລະການຄ້າສອງປະເທດ ຈັດຕັ້ງຢູ່ນະຄອນໂຮ່ຈີມິນ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ວິສາຫະກິດຟິີລິບປິ່ນ.

        ທ່ານ Ceferino S.rodolfo ຢັ້ງຢືນວ່າ ຟີລິບປິ່ນ ຖືເປັນສຳຄັນການພົວພັນກັບຫວຽດນາມ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມຢ່າງແຮງກວ່າອີກ, ໃນນັ້ນມີການພົວພັນດ້ານການຄ້າ, ການລົງທຶນກັບນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ