ນະຄອນໂຮ່ຈີມິນກຽມພ້ອມສ້າງເງື່ຶອນໄຂສະດວກໃຫ້ບັນດານັກລົງທຶນຈາກຕ່າງປະເທດ

ນະຄອນໂຮ່ຈີມິນກຽມພ້ອມສ້າງເງື່ຶອນໄຂສະດວກໃຫ້ບັນດານັກລົງທຶນຈາກຕ່າງປະເທດ - ảnh 1
ພາບປະກອບ


(vovworld) –  ນະຄອນ ໂຮ່ຈີ​ມິນ ​ກຽມ​ພ້ອມ​ສ້າງ​ເງື່ຶອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງ​ທຶນ​ຈາກຕ່າງປະ​ເທດ - ນີ້​ແມ່ນຄຳ​ຢັ້ງຢືນ​ຂອງ​ທ່ານ ຫງວຽນ​ແທ່ງ​ລອງ, ປະທານ​ຄະນະ​ກຳມະການ​ປະຊາຊົນນະຄອນ ​ໂຮ່ຈີ​ມິນ ທີ່​ການ​ຕ້ອນຮັບ​ທ່ານ David Puttnam, ທູດ​ພິ​ເສດ​ຂອງ​ນາຍົກລັດຖະມົນຕີ ອັງກິດ ກ່ຽວ​ກັບ​ການ​ຄ້າ​ ຫວຽດນາມ, ລາວ, ກຳປູ​ເຈຍ ​ແລະ ມຽນມາ, ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽ​ດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 3/3. ທ່ານ ຫງວຽນ​ແທ່ງ​ລອງ ຖື​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ເພື່ອ​ຮັດ​ແໜ້ນການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ປະ​ເທດ ຫວຽດນາມ ​ແລະ ລາຊະອານາ​ຈັກ ອັງກິດ, ພ້ອມ​ທັງ​ຂອບ​ອົກ​ຂອບ​ໃຈ​ການ​ໜູນ​ຊ່ວຍ, ​ເຊື່ອ​ເຫຼື​ອຂອງ ລາຊະ​ອານາຈັກ ອັງກິດ ທີ່​ມີ​ຕໍ່ ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ​ໃນ​ຫຼາຍ​ຂົງ​ເຂດ. ທ່ານ ຫງວຽນ​ແທ່ງ​ຟອງ ຢັ້ງຢືນ​ວ່າ: ນະຄອນ ​ໂຮ່ຈີ​ມິນ ​ລໍຄອຍ​ບັນດາ​ຄູ່​ຮ່ວມ​ມື​ຈາກ​ລາຊະ​ອານາຈັກ ​ອັງກິດ, ພິ​ເສດ​ໃນ​ສະພາບ​ທີ່ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ ​ໄດ້​ຮັບ​ການ​ລົງ​ນາມ.

        ສ່ວນ​ທ່ານ David Puttnam ກໍ່ຖື​ວ່າ: ​ເພື່ອ​ປະຕິບັດ​ສຳ​ເລັດ​ບັນດາ​​ໂຄງການ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ​ໂດຍ​ໄວ, ນະຄອນ ​ໂຮ່ຈີ​ມິນ ຄວນເອົາ​ໃຈ​ໃສ່​ເຖິງ​​ເຕັກ​ໂນ​ໂລ​ຢີທີ່ກ້າວໜ້າ, ທັນ​ສະ​ໄໝ​ໃນ​ອະນາຄົດ, ​ເຊິ່ງອັງກິດ​ແມ່ນ​ຄູ່​ຮ່ວມ​ມືທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ. ດ້ວຍ​ທ່າ​ແຮງ​​​ແມ່ນ​ບັນດາ​ວິ​ສາ​ຫະກິດ​ໜຸ່ມບວກ​ກັບບົດຮຽນ ​ແລະ ​ເຕັກ​ໂນ​ໂລ​ຢີທີ່ກ້າວໜ້​​າ, ​ແນ່​ນອນ​ວ່າ​ບັນດາ​ໂຄງການ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ​ຂອງ​ນະຄອນ ​ໂຮ່ຈີ​ມິນ ຈະ​ໄດ້​ຮັບ​ການ​ປັບປຸງ​ສຳ​ເລັດ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ