ນະຄອນໂຮ່ຈີມິນຈັດຕັ້ງພິທີຕ້ອນຮັບບຸນເຕັດໃຫ້ກຳມະກອນ

ນະຄອນໂຮ່ຈີມິນຈັດຕັ້ງພິທີຕ້ອນຮັບບຸນເຕັດໃຫ້ກຳມະກອນ - ảnh 1
(ສະຫະພັນ​ແຮງ​ງານ​ນະຄອນ​ ໂຮ່ຈີ​ມິນ ຈັດ​ຕັ້ງ​ລາຍການ
“ບຸນ​ເຕັດ​​ແຫ່ງ​ການເຕົ້າ​ໂຮມ” ອວຍພອນ​ປີ​ໃໝ່​ປີວ​ອກ 2016)

(vovworld) – ​ ວັນ​ທີ 31/01 ສະຫະພັນ​ແຮງ​ງານ​ນະຄອນ​ ໂຮ່ຈີ​ມິນ ຈັດ​ຕັ້ງ​ລາຍການ “ບຸນ​ເຕັດ​​ແຫ່ງ​ການເຕົ້າ​ໂຮມ” ອວຍພອນ​ປີ​ໃໝ່​ປີວ​ອກ 2016 ​​ໃຫ້ 500 ຄອບຄົວ​ກຳມະກອນ​​ແຮງ​ງານ​ໃນ​ບໍລິ​ເວນ​ນະຄອນ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ ​ແລະ ອວຍພອນ​ອາຍຸ ດ້ວຍ​ການ​ມອບ​ຊອງ​ເງິນ​ໃຫ້​ພວກ​ຫຼານ​​ນ້ອຍ ​ໂດຍ​ປາດ​ຖະໜາ​ຢາກແບ່ງປັນ​ຄວາມ​ເບີກບານມ່ວນ​ຊື່ນ, ອົບ​ອຸ່ນ​ເຖິງ​ບັນດາ​ຄອບຄົວ​ກຳມະກອນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​​ໃນ​ປີ 2016. ​ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ 2016, ສະຫະພັນ​ແຮງ​ງານ​ນະຄອນ ຍັງ​ຂົນຂວາຍ​ບັນດາ​ວິ​ສາ​ຫະກິດ, ກຳມະບານ​ຂັ້ນ​ຮາກ​ຖານ​ມອບ​ຂອງຂວັນ​ບຸນ​ເຕັດ​ໃຫ້​ກຳມະກອນ​ຊາວ​ຜູ້​ອອກແຮງ​ງານ 450.000 ຄົນ ຕົກ​ເປັນ​ມູນ​ຄ່າ 145 ຕື້​ດົ່ງ.

 

ຂ່າວ/ບົດ​ອື່ນ