ນະຄອນໂຮ່ຈີມິນຊຸກຍູ້ການພົວພັນຮ່ວມມືກັບອາເມລິກາ

ນະຄອນໂຮ່ຈີມິນຊຸກຍູ້ການພົວພັນຮ່ວມມືກັບອາເມລິກາ - ảnh 1
ທ່ານ​ນາງ Rena Bitter, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ອາ​ເມ​ລິ​ກາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ
(ພາ​ບ: Thanh Vũ/TTXVN)

(vovworld) – ທີ່​ການ​ຕ້ອນ​ຮັບ​ທ່ານ​ນາງ Rena Bitter, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ອາ​ເມ​ລິ​ກາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ, ຕອນ​ຄ່ຳ​ວັນ​ທີ 3/7, ທ່າ​ນ ເລ​ແທງ​ຫາຍ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ແລະ ທ່ານ​ນາງ Rena Bitter ໄດ້​ແລ​ກ​ປ່ຽນ​ບາງ​ບັນ​ຫາ​ລະ​ຫວ່າງ 2 ຝ່າຍ. ອວຍ​ພອນ​ໃຫ້​ທ່ານ​ນາງ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 239 ປີ​ແຫ່ງວັນ​ສະ​ຖາ​ປະ​ນາ ປະ​ເທດອ​າ​ເມ​ລິ​ກາ, ທ່ານ ເລ​ແທງ​ຫາຍ ຢັ້ງ​ຢືນ​ວ່າ: ພາຍຫຼັງ 20 ປີ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ໝາກ​ຜົນ​ອັນ​ດີ​ງາມຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ພັ​ດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ. ຄ​ຽງ​​ຄູ່​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ ແລະ ອ​າ​ເມ​ລິ​ກາ, 2 ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ້​ອງ​ຖິ່ນ, ເພື່ອ​ແນ​ໃສ່​ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ​ກ່​ວາ. ຕາມ​ທ່ານ ເລ​ແທງ​ຫາຍ ແລ້ວ, ນະ​ຄອນ ໂຮ່​ຈີ​ມິນ ຍາມ​ໃດ​ກໍ​ຮຽກ​ຮ້ອງ ແລະ ສ້າງ​ເງື່ອນ​ໄຂ​ສ​ະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ ອາ​ເມ​ລິ​ກາ ກໍ່​ຄື​ບັນ​ດາ​ປະ​ເທດ​ມາ​ຮ່ວມ​ມື, ລົງ​ທຶນ​ຢູ່​ທີ່ນີ້.


ຂ່າວ/ບົດ​ອື່ນ