ນະຄອນໂຮ່ຈີມິນຍູ້ແຮງການປ້ອງກັນຕ້ານການສໍ້ລາດບັງຫລວງ

ນະຄອນໂຮ່ຈີມິນຍູ້ແຮງການປ້ອງກັນຕ້ານການສໍ້ລາດບັງຫລວງ - ảnh 1
ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ປ້ອງ​ກັນ
​ຕ້ານ​ການ​ສໍ້​ລາດບັງ​ຫລວງ ​ເຮັດ​ວຽກ​ກັບ​ຄະນະ​ປະ​ຈຳ​ຄະນະ​ພັກ​ນະຄອນ ໂຮ່ຈີ​ມິນ
(ພາບ: TTXVN)

(vovworld) - ​ ​​ ​ ວັນ​ທີ 26/09, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດບັງ​ຫລວງ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ນຳ​ໜ້າ, ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະ​ຈຳ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການຟຸມ​ເຟືອຍ. ທ່ານ​ຮອງນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ສະ​ເໜີ​ວ່າ: ນະຄອນ ​ໂຮ່ຈີ​ມິນ ​ເສີມ​ຂະຫຍາຍ​ບັນດາ​ໝາກ​ຜົນ​ທີ່​ບັນລຸ​ໄດ້, ສືບ​ຕໍ່​ຜັນ​ຂະຫຍາຍ​ແຮງ​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ການ​ປ້ອງກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ. ​ໂດຍ​ລະອຽດ​ແມ່ນ​ຍົກ​ສູງ​ກຳລັງ​ຕໍ່ສູ້, ຄວາມ​ຮັບຜິດຊອບ​ຂອງຄະນະ​ພັກ, ຜູ້ນຳ​ຄະນະ​ພັກ, ຫົວໜ່ວຍ. ພ້ອມ​ທັງ ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ສຶກສາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ; ສຸມ​ໃສ່​ວຽກ​ງານ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ຊອກ​ຫາ​ບັນດາ​ມາດ​ຕະການບຸກທະລຸ, ປະຕິບັດສຳ​ເລັກ​ອຳນາດ​ການ​ປົກຄອງ​ເອ​ເລກ​ໂຕ​ນິກ​ໂດຍ​ໄວ.

 

ຂ່າວ/ບົດ​ອື່ນ