ນະຄອນໂຮ່ຈິມິນຕັ້ງໜ້າກະກຽມໃຫ້ງານບຸນຫວຽດນາມ-ຍີ່ປຸ່ນ2016

ນະຄອນໂຮ່ຈິມິນຕັ້ງໜ້າກະກຽມໃຫ້ງານບຸນຫວຽດນາມ-ຍີ່ປຸ່ນ2016 - ảnh 1
ນະ​ຄອນ​ໂຮ່​ຈິ​ມິນ​ຕັ້ງ​ໜ້າ​ກະ​ກຽ​ມ​ໃຫ້​ງານ​ບຸນ​ຫວຽດ​ນາມ-ຍີ່​ປຸ່ນ2016
(ພາບ: qdnd.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 27/10, ທ່ານ​ເລ​ແທງ​ລຽມ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈ​ິ​ມິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Tsutomu Takebe, ທີ່​ປຶກ​ສາ​ພິ​ເສດ​ສຳ​ພັນ​ທະ​ມິດ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຍີ່​ປຸ່ນ - ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ງານ​ບຸນ​ຫວຽດ​ນາມ - ຍີ່​ປຸ່ນ 2016, ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ເລ​ແທງ​ລຽ​ມ ໃຫ້​ຮູ້​ວ່າ, ມາ​ຮອດ​ປະ​ຈ​ຸ​ບັນ, ວຽກ​ງານ​ກະ​ກຽມ​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຖືກ​ຕາມ​ຄວາມ​ຄືບ​ໜ້າ, ​ພ້ອມ​ແລ້ວ​ທີ່​ຈະ​ໄຂ​ງານ​ບຸນ ເຊິ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 18/11 ຈະ​ມາ​ເຖິງ.

        ສ່ວນ​ທ່ານ Tsutomu Takebe ໄດ້​ຕີ​ລາ​ຄາ​ສ​ູງ​ຄວາມ​ຕັ້ງ​ໜ້າ, ລອບ​ຄອບ​ທີ່​ຖ້ວນ​ຂອງ​ນະ​ຄອນ​ໂຮ່​ຈິ​ມິນ ໃນ​ວຽກ​ງານ​ຜັນ​ຂະ​ຫຍາຍ​ການ​ກະ​ກຽມ​ໃຫ້ແກ່​ງານ​ບຸນ ແລະ ສະ​ເໜີ​ໃຫ້​ນະ​ຄອນ​ໂຮ່​ຈິ​ມິນ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ ໃນ​ວຽກ​ງານ​ກະ​ກຽ​ມ, ຈ​ັດ​ຕັ້​ງ​ງານ​ບຸນ ຍ້ອນ​ງານ​ບຸນ​ປີນີ້​ແມ່ນ​ມີ​ຂອບ​ຂະ​ໜາດ​ໃຫຍ່ກວ່າ​ຫຼາຍ ເມື່ອ​ທຽບ​ໃສ່​ຊຸມ​ປີ​​ກ່ອນ.

        ງານ​ບຸນ​ຫວຽດ​ນາມ - ຍີ່​ປຸ່ນ 2016, ຄາດ​ວ່າ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 18 – 20/11, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ.

ຂ່າວ/ບົດ​ອື່ນ