ນະຄອນໂຮ່ຈິມິນປະຕິບັດວຽກງານເບິ່ງແຍງດູແລໃຫ້ຄົນພິການເປັນຢ່າງດີ

ນະຄອນໂຮ່ຈິມິນປະຕິບັດວຽກງານເບິ່ງແຍງດູແລໃຫ້ຄົນພິການເປັນຢ່າງດີ - ảnh 1
(ພາບປະກອບ: ອິນເຕີແນັດ)

(vovworld) –  ​​ ​ ນະຄອນ​ໂຮ່ຈິ​ມິນ​ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ໃຫ້​ຄົນ​ພິການ​ເປັນ​ຢ່າງ​ດີ. ນັ້ນ​ແມ່ນ​ຄວາມ​ເຫັນ​ຂອງ​ທ່ານ​ນາງ Judith Heumann, ຜູ້​ທີ່​ປຶກສາ​ພິ​ເສດ​ກ່ຽວ​ກັບ​ສິດທິ​ມະນຸດ​ຄົນ​ພິການ​ສາກົນ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ. ຕອນ​ບ່າຍວັນ​ທີ 4/5, ​ໃນ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເຣ໋ືອງອກ​ຖ້ວນ, ທ່ານ​ນາງ Judith Heumann ຢືນ​ຢັນ​ວ່າ: ​ເລື່ອງ ຫວຽດນາມ​ໃຫ້​ສັດຕະຍະ​ບັນ​ສົນ​ທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ສິດຂອງ​​ຄົນ​ພິການ​ສະ​ແດງ​​ໃຫ້​ເຫັນຄຳ​ໝັ້ນ​ສັນຍາ​ຢ່າງ​ແຂງ​ແຮງ​ ກ່ຽວ​ກັບ​ການປົກ​ປ້ອງ ​ແລະ ​ເຄົາລົບ​ສິດ​ຂອງ​ມະນຸດ, ປົກ​ປ້ອງ​ສິດ​ສະ​ເໝີ​ພາບ​ໃຫ້​ທຸກ​ຄົນ. ຫວຽດນາມ ​ໄດ້​ມີ​ບາດກ້າວພັດທະນາໃນ​ການ​ນຳ​ມາ​ເຊິ່ງຊີວິດ​ທີ່​ດີກ່ວາ​ໃຫ້ຄົນ​ພິການ. ສ່ວນ​ທ່ານ​ເຣ໋ືອງອກ​ຖ້ວນ ​ໃຫ້​ຮູ້​ວ່າ: ນະຄອນ​ໂຮ່ຈິ​ມິນ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ປະຕິບັດ​ບັນດາ​ນະ​ໂຍບາຍສະຫວັດດີ​ການສັງຄົມ, ​ໃນ​ນັ້ນ​ມີ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່ໃຫ້​ຄົນ​ພິການ.

ຂ່າວ/ບົດ​ອື່ນ