ນະ​ຄອນ​ໂຮ່​ຈີມິນແລະແຂວງGyeongsangbuk-do(ສ.ເກົາຫຼີ​)ສົມ​ທົບ​ກັນ​ຈັດ​ຕັ້ງ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​

ນະ​ຄອນ​ໂຮ່​ຈີມິນແລະແຂວງGyeongsangbuk-do(ສ.ເກົາຫຼີ​)ສົມ​ທົບ​ກັນ​ຈັດ​ຕັ້ງ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ - ảnh 1
ນະ​ຄອນ​ໂຮ່​ຈີມິນແລະແຂວງGyeongsangbuk-do
ສົມ​ທົບ​ກັນ​ຈັດ​ຕັ້ງ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ປີ 2017
(ພາບ: Thesaigontimes.vn)

(vovworld)- ຕອນ​ບ່າຍ​ວັນ​ທີ 30/8, ທ່ານ ນາງ ຫງວຽນ​ທິ​ທູ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຕ້ອນ​ຮັບ ທ່ານ Woo Byung Yoon, ຮອງ​ເຈົ້​າ​ແຂວງໆ Gyeongsangbuk-do(ສ.ເກົາຫຼີ). ທີ່​ການ​ຕ້ອນ​ຮັບ, ທ່ານ ນາງ ຫງວຽນ​ທິ​ທູ ໃຫ້​ຮູ້​ວ່າ:  ນະ​ຄອນ​ໂຮ່​ຈີ​ມິນ ປັດ​ຈຸ​ບັນ​ເປັນ​ທ້ອງ​ຖິ່ນ ນຳ​ໜ້າ​ທົ່ວ​ປະ​ເທດ​ ໃນ​ການ​ຜັນ​ຂະ​ຫຍາຍ​ ບັນ​ດາ​ການ​​ເຄື່ອ​ນ​ໄຫວ ຮ່ວມ​ມືກັບ ສ.ເກົາຫຼີ. ການ​ທີ່​ແຂວງ Gyeongsangbuk-do ສົມ​ທົບ​ ກັບ​ນະ​ຄອນ​ໂຮ່​ຈີ​ມິນ ຈ​ັດ​ຕັ້ງ​ “ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ ປີ 2017” ຈະ​ເປັນ​ເຫດ​ການ​ສຳ​ຄັນ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ ​ການ​ພົບ​ປະແລ​ກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ-ສ.ເກົາຫຼີ ເວົ້າ​ລວມ ແລະ ລະ​ຫວ່າງ ສອງ​ທ້ອງ​ຖິ່ນ ​ເວົ້າ​ສະ​ເພາະ. ນະ​ຄອນໂຮ່​ຈີ​ມິນ ກໍ່​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ ແລະ ໜູນ​ຊ່ວຍ​ຈົ​ນ​ສຸດ​ຄວາມ​ສາ​ມາດ ​ຂອງ​ຕົນເພື່ອ​ໃຫ້ເຫດ​ການນີ້​ ໄດ້ຈັດ​ຕັ້ງ​​ຢ່າງປະ​ສົບ​ຜົນ​ສຳ​ເລັດ.

        ​ເມື່ອ​ແບ່ງ​ປັນ​ ກ່ຽວ​ກັບແຜນ​ການ​ຈັດ​ຕັ້ງ “ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ ​ປີ 2017”, ທ່ານ Woo Byung Yoon, ຮອງ​ເຈົ້​າ​ແຂວງໆ Gyeongsangbuk-do, ໃຫ້​ຮູ້​ວ່າ: ງານ​ບຸນ​ພໍ່​ພຽງ​ແຕ່​ເປັນ​ສະ​ຖານ​ທີ​່ສະ​ແດງ​ສິ​ລະ​ປະ ແລະ ​ພົວ​ປະ​ແລ​ກ​ປ່ຽ​ນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ລະ​ຫວ່າງ ສອງ​ປະ​ເທດ​ເທົ່ານັ້ນ ຫາກ​ຍັງ​ມີ​ເຂດ​ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ ເສີມ​ຄວາມ​ງາມ​ຂອງ ສ.ເກົາຫຼີ; ບັນ​ດາ​ຜະ​ລິດ​ຕະ​ພັນ​ຄຸນ​ນະ​ພາບ​ສູງ​ຂອງ ບັນ​ດາ​ວິ​ສາ​ຫະ​ກິດ​ ທີ່​ປັດ​ຈຸ​ບັດ​ພວມ​ລົງ​ທຶນ ຢູ່​ຫວຽດ​ນາມ. ພ້ອມ​ກັນ​ນັ້ນ, ຝ່າຍ ສ.ເກົາຫຼີ ຍັງຈະ​ຈັດ​ຕັ້ງ​ບັນ​ດາ​ລາຍການ​ສະ​ແດງ Kpop ເພື່ອ​​ຮັບ​ໃຊ້​ປະ​ຊາ​ຊົນ​ນະ​ຄອນ​ໂຮ​ຈີ​ມິນ​ ເວົ້າ​ສະ​ເພາະ ແລະ ຫວຽດ​ນາມ ເວົ້າ​ລວມ, ຜ່ານ​ນັ້ນ​ ກໍ່​ແມ່ນເພື່ອ​ຫັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ ລະ​ຫວ່າງ ສອງ​ປະ​ເທດ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ