ນະໂຍບາຍຂອງຫວຽດ ນາມ ເພື່ອເຮັດໃຫ້ການ ພົວພັນອາຊຽນ - ລັດເຊຍ ພັດທະນາຢ່າງຮອບດ້ານ

ນະໂຍບາຍຂອງຫວຽດ ນາມ ເພື່ອເຮັດໃຫ້ການ ພົວພັນອາຊຽນ - ລັດເຊຍ ພັດທະນາຢ່າງຮອບດ້ານ - ảnh 1
ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: hanoitv.vn)


(vovworld) - ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ດ້ວຍ​ຫົວ​ຂໍ້​ວ່າ “ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ຫວຽດນາມ - ອາ​ຊຽນ ກັບ​ສະຫະພັນ​ລັດ​ເຊຍ: ພຶດຕິ​ກຳ​ຕົວ​ຈິງ ​ແລະ ​ແງ່​ຫວັງ“ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/9 ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີ​ທ່ານ​ນາງຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວານ, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ, ປະລິຍາ​ເອກ Gorlinskiy Igor, ອະທິການບໍດີ​ມະຫາວິທະຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ Saint Pertersburg, ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ ຕະງ​ອກ​ເຕິ​໋ນ, ຜູ້ຕາງໜ້າ​ສະຖານທູດ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ພ້ອມ​ກັບ​ນັກຮຽນ​ຮູ້, ນັກ​ຄົ້ນ​ຄ້ວາ​ຂອງ​ຫວຽດນາມ, ອາ​ຊຽນ ​ແລະ ສະຫະພັນ​ລັດ​ເຊຍ​ນັບ​ຮ້ອຍ​ຄົນ.

        ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ, ​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ມີ​ການ​ຜັນ​ແປ​​ຫຼາຍ​ຢ່າງນັ້ນ, ​ເລື່ອງ​ຊອກ​ຫາ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ຫວຽດນາມ - ອາ​ຊຽນ ​ແລະ ສະຫະພັນ​ລັດ​ເຊຍ​ແມ່ນ​ມີ​ຄວາມ​ແທດ​ຈິງ​ທີ່​ສຸດ. ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ, ຢືນຢັນ​ວ່າ:

        “ກ່ຽວ​ກັບ​ດ້ານ​ຍຸດ​ທະ​ສາດ, ລັດ​ເຊຍ​ ມີ​ການ​ຜູກ​ມັດ​ກ່ຽວ​ກັບຜົນ​ປະ​ໂຫຍ​ດ ດ້ານ​ເສດຖະກິດ, ການ​ທະຫານ, ການ​ເດີນ​ທະ​ເລ, ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ເມືອງກັບ​ອາ​ຊຽນຫຼາຍ​ທີ່​ສຸດ. ດັ່ງ​ນັ້ນ, ການ​ກຳນົດ ​ແລະ ການ​ເພີ່ມ​ທະວີ​ບົດບາດ​ຂອງ​ສະຫະພັນ​ລັດ​ເຊຍ​ ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝິກ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ຂອງ​ລັດ​ເຊຍ. ຍິ່ງ​ກວ່າ​ນັ້ນ, ​ໃນ​ການ​ຟື້ນ​ຕົວ​ຂອງ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ປະຈຸ​ບັນ​ນີ້, ມີ​ຫຼາຍ​ປະ​ເທດ​ໃນ​ອາ​ຊຽນ ມີ​ຄວາມ​ຕ້ອງການ​ນຳ​ເຂົ້າ​ສິນຄ້າ​​ເປັນ​ຈຳນວນຫຼາຍ, ​​ເຊິ່ງສະຫະພັນ​ລັດ​ເຊຍ​ ມີ​ຄວາມ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ນີ້​ໄດ້“.

        ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຊີ້​ແຈ້ງວ່າ, ​ເຖິງ​ວ່າ​ໄລຍະ​ຜ່ານ​ມາ, ທັງ​ອາ​ຊຽນ ​ແລະ ສະຫະພັນ​ລັດ​ເຊຍ ​ລ້ວນ​ແຕ່​ມີ​ຄວາມ​ມານະ​ພະຍາຍາມຊຸກຍູ້​ການ​ພົວພັນ​ນີ້​ຢ່າງ​ບໍ່​ຢຸດ​ຢັ​້ງ, ​ແຕ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຍັງ​ມີ​ຫຼາຍ​ຢູ່. ບັນດາ​ຜົນງານ​ໃນ​ການ​ຂຸດ​ຄົ້ນ​ປະຈຸ​ບັນ​ນີ້​ພຽງ​ແຕ່​ຂຸດ​ຄົ້ນ​ທ່າ​​ແຮງ​ຂອງ​ທັງ​ສອງ​ຝ່າຍ​ໄດ້​ສ່ວນ​ໜຶ່ງ​ເທົ່າ​ນັ້ນ. ​ໂດຍ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຂອງ​ສະຫະພັນ​ລັດ​ເຊຍ, ຫວຽດນາມ​ຮັບຜິດຊອບ ​ແລະ ພວມ​ປະຕິບັດ​ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ລັດ​ເຊຍ ​ແລະ ອາ​ຊຽນ. ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ ເຮັດ​ໃຫ້ການ​ພົວພັນ​ອາ​ຊຽນ - ລັດ​ເຊຍ ພັດທະນາ​ຢ່າງຮອບດ້ານ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ກັນ, ປະກອບສ່ວນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ​ໃນ 2 ວັນ​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ບົດ​ປະກອບ​ຄຳ​ເຫັນ​ຢູ່​ທີ່​ນີ້ ​ໄດ້​ສຸມ​ໃສ່​ເຮັດ​ແຈ້ງ, ພິຈາລະນາ​ຄືນ​ໃໝ່​ບັນດາ​ບັນຫາ​ຈຸດ​ສຸມ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ຊຽນ - ລັດ​ເຊຍ ຢ່າງ​ຄົບ​ຖ້ວນ ​ແລະ ພາວະ​ວິ​ໄສ, ​ ແນ​ໃສ່​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ, ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ລວມ ​ແລະ ປະກອບສ່ວນ​ດີ​ທີ່​ສຸດ ​ໃຫ້​ແກ່​ການ​ແກ້​ໄຂ​ບັນດາ​ບັນຫາ​ລວມຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ