ນໍາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ ແລະ ຄວາມສີວິໄລ ຢູ່ອາຊີ ກ້າວເຂົ້າສູ່ຄວາມແທດຈິງ

(VOVWORLD) - ຫວຽດນາມ ແລະ ຍີ່ປຸ່ນ ຄວນຊຸກຍູ້ການຮ່ວມມື ນໍາການພົວພັນ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ ແລະ ຄວາມສີວິໄລ ຢູ່ອາຊີ” ສືບຕໍ່ກ້າວເຂົ້າສູ່ຄວາມແທດຈິງ,  ສ້າງການພົວພັນ ຄູ່ຮ່ວມມືຍຸດທະສາດແບບໃໝ່ ຢູ່ ອາຊີຕາເວັນອອກ - ປາຊີຟິກ ໃຫ້ເປັນຮູບປະທໍາ, ບົນພື້ນຖານປັບປຸງ ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ການຮ່ວມມືຮອບດ້ານ ຢ່າງໜັກແໜ້ນ, ພ້ອມກັນແບກຫາບ ແລະ ຮັບຜິດຊອບລວມ ຕໍ່ບັນດາບັນຫາຂອງພາກພື້ນ ແລະ ທົ່ວໂລກ. 

ນໍາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ ແລະ ຄວາມສີວິໄລ ຢູ່ອາຊີ ກ້າວເຂົ້າສູ່ຄວາມແທດຈິງ - ảnh 1 ກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ “ພັດທະນາການພົວພັນຫວຽດນາມ - ຍີ່ປຸ່ນ: ປະຫວັດສາດ ແລະ ແງ່ຫວັງ” ທີ່ດໍາເນີນໃນຕອນເຊົ້າວັນທີ 21 ກັນຍາຢູ່ຮ່າໂນ້ຍ

(ພາບ: qdnd.vn)

ນີ້ແມ່ນຄໍາເຫັນປະກອບຂອງ ທ່ານ ສາດສະດາຈານ ປະລິນຍາເອກ ຫງວຽນຊວນທັ໊ງ ເລຂາສູນກາງພັກ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ທີ່ກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ “ພັດທະນາການພົວພັນຫວຽດນາມ - ຍີ່ປຸ່ນ: ປະຫວັດສາດ ແລະ ແງ່ຫວັງ” ທີ່ດໍາເນີນໃນຕອນເຊົ້າວັນທີ 21 ກັນຍາຢູ່ຮ່າໂນ້ຍ, ໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສົມທົບກັບ ສະຖານທູດຍີ່ປຸ່ນ ປະຈໍາຫວຽດນາມ ຈັດຕັ້ງ.

        ທີ່ກອງປະຊຸມ, ທ່ານເນັ້ນໜັກວ່າ ສອງປະເທດ ຄວນສືບຕໍ່ຍົກສູງປະສິດທິຜົນໃນການເຊື່ອມຕໍ່ ແລະ ຮ່ວມມືດ້ານເສດຖະກິດ, ປັບຕົວໃຫ້ແທດເໝາະກັບທ່າອ່່ຽງ ເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ຮັບມືກັບການຜັນແປຢ່າງວ່ອງໄວຂອງການປະຕິວັດອຸດສາຫະກໍາຄັ້ງທີ 4. ຍີ່ປຸ່ນ ແລະ ຫວຽດນາມ ຄວນສວມບົດບາດສໍາຄັນໃນເລື່ອງຊຸກຍູ້ການຫັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໃຫ້ປະກົດຜົນເປັນຈິງ, ຕັ້ງໜ້າສົມທົບກັນເຈລະຈາ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ ພ້ອມທັງມານະພະຍາຍາມເຂົ້າຮ່ວມການສ້າງ ແລະ ເຊື່ອມຕໍ່ກັບພາກພື້ນເສດຖະກິດປາຊີຟິກ - ມະຫາສະໝຸດອິນເດຍ ຕາມທິດເສລີ ແລະ ເປີດກວ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ