ນາຍົກລັດຖະມົນຕີ ຍົກອອກມາດຕະການເພື່ອຮອດປີ 2025 ບໍ່ມີສະພາບປະຊາຊົນອົບພະຍົບຢ່າງເສລີໂດຍພື້ນຖານ

(VOVWORLD) - ລະດັບຂອງສະພາບການປະຊາຊົນຍົກຍ້າຍຕັ້ງພູມລຳເນົາຢ່າງເສລີໄດ້ຫລຸດລົງຫຼາຍແລ້ວ, ແຕ່ບັນຫາສຳຄັນແມ່ນຮັບປະກັນໃຫ້ປະຊາຊົນມີທີ່ດິນປຸກສ້າງເຮືອນຢູ່ ແລະ ທີ່ດິນທຳການຜະລິດ
ນາຍົກລັດຖະມົນຕີ ຍົກອອກມາດຕະການເພື່ອຮອດປີ 2025 ບໍ່ມີສະພາບປະຊາຊົນອົບພະຍົບຢ່າງເສລີໂດຍພື້ນຖານ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ດັ່ງທີ່ໄດ້ໃຫ້ຂ່າວໄປແລ້ວເມື່ອວັນທີ 9 ທັນວາ, ຢູ່ແຂວງ ດັກລັກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກ່ຽວກັບມາດຕະການບໍ່ໃຫ້ປະຊາຊົນຍົກຍ້າຍຕັ້ງພູມລຳເນົາຢ່າງເສລີໃນບໍລິເວນທົ່ວປະເທດ ແລະ ຄຸ້ມຄອງ, ນຳໃຊ້ທີ່ດິນມີຕົ້ນກຳເນີດຈາກນິຄົມກະເສດ, ປ່າໄມ້ຢູ່ເຂດ ໄຕງວຽນ.    

        ເມື່ອສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ລະດັບຂອງສະພາບການປະຊາຊົນຍົກຍ້າຍຕັ້ງພູມລຳເນົາຢ່າງເສລີໄດ້ຫລຸດລົງຫຼາຍແລ້ວ, ແຕ່ບັນຫາສຳຄັນແມ່ນຮັບປະກັນໃຫ້ປະຊາຊົນມີທີ່ດິນປຸກສ້າງເຮືອນຢູ່ ແລະ ທີ່ດິນທຳການຜະລິດ , ຮັກສາຊີວິດການເປັນຢູ່ເປັນປົກກະຕິ, ພິເສດແມ່ນປະຊາຊົນເຜົ່າສ່ວນໜ້ອຍ, ບໍ່ປະໃຫ້ເກີດບັນດາສະພາບການສັບສົນເກີດຂຶ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ:

        “ພັກ, ລັດ ບໍ່ສົ່ງເສີມໃຫ້ປະຊາຊົນອົບພະຍົບເສລີ, ຮຽກຮ້ອງໃຫ້ປະຊາຊົນຢູ່ກັບທີ່ດ້ວຍວິທີການຄື: ຢູ່ພາກເໜືອສືບຕໍ່ພັດທະນາພື້ນຖານໂຄງລ່າງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເພື່ອໃຫ້ເຂົາເຈົ້າຄວາມຜູກພັນກັບທີ່ດິນຂອງຕົນ, ພິເສດແມ່ນເຂດຊາຍແດນຫ່າງໄກສອກຫຼີກທີ່ປະສົບກັບຄວາມຫຍຸ້ງຍາກ. ອຳນາດການປົກຄອງທ້ອງຖິ່ນ, ບ່ອນທີ່ມີປະຊາຊົນອາໄສຢູ່ຕ້ອງມີມາດຕະການຄຸ້ມຄອງທີ່ດິນເຊິ່ງມີຕົ້ນກຳເນີດແມ່ນນິຄົມປ່າໄມ້, ນິຄົມກະເສດຢູ່ ໄຕງວຽນ ເພື່ອບໍ່ປະໃຫ້ເກີດສະພາບການຢຶດຄອງທີ່ສັບສົນ, ບໍ່ປະໃຫ້ເກີດສະພາບຍາດຊິງ, ຮ້ອງທຸກ.”

ຕອບກັບ

ຂ່າວ/ບົດ​ອື່ນ