ນາຍົກລັດຖະມົນຕີ ຍີ່ປຸ່ນ ປະກາດແຜນການເຄື່ອນໄຫວການຕ່າງປະເທດໃນອາຍຸການໃຫມ່

(VOVWORLD) - ວັນທີ 20 ກັນຍາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ປະກາກບັນດາແຜນການເຄື່ອນໄຫວການຕ່າງປະເທດ ພາຍຫລັງໄດ້ຮັບເລືອກຕັ້ງເປັນປະທານພັກປະຊາທິປະໄຕເສລີ (LDP) ຄືນໃໝ່ ຂຶ້ນກຳອຳນາດເປັນອາຍຸການທີ 3 ຢ່າງລຽນຕິດ.
ນາຍົກລັດຖະມົນຕີ ຍີ່ປຸ່ນ ປະກາດແຜນການເຄື່ອນໄຫວການຕ່າງປະເທດໃນອາຍຸການໃຫມ່ - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ: AFP/TTXVN)

ລາຍລະອຽດແມ່ນ, ໃນສະພາວະກອງປະຊຸມສຸດຍອດອາຊີຕາເວັນອອກ, ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດໃຫຍ່ (G20) ຢູ່ປະເທດ ອາກຊັງຕິນ ໃກ້ຈະມາເຖິງ, ທ່ານ Abe ປາດຖະໜາຢາກຍາດແຍ່ງບັນດາກາລະໂອກາດນີ້ ເພື່ອຈັດຕັ້ງບັນດາກອງປະຊຸມຂັ້ນສູງກັບປະທານາທິບໍດີ ລັດເຊຍ ຢູ່ນອກບັນດາເວທີປາໄສສາກົນ. ໃນເດືອນ ຕຸລາ ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຄາດຄະເນວ່າ ຈະໄປຢ້ຽມຢາມ ຈີນ. ພ້ອມກັນນັ້ນ, ທ່ານກໍ່ຂຶ້ນແຜນພົບປະກັບການນຳ ສປປ.ເກົາຫຼີ Kim Jong-un ເພື່ອປຶກສາຫາລືກ່ຽວກັບການປອດນິວເຄຼຍ ກໍ່ຄືບັນຫາບັນດາພົນລະເມືອງ ຍີ່ປຸ່ນ ຖືກຫລອບຈັບຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ