ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຄະນະ ຜູ້ແທນຂັ້ນສູງກະຊວງຍຸຕິທຳຫວຽດນາມ

ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຄະນະ ຜູ້ແທນຂັ້ນສູງກະຊວງຍຸຕິທຳຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ຕ້ອນຮັບ
ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳຫວຽດນາມ ຮ່າ​ຮຸ່ງ​ເກື່ອງ
(ພາບ: kpl.net.la)


(vovworld) – ຕອນ​ບ່າຍ​ວັນ​ທີ 30/07, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ແລະ ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດລາວ ປານີ ຢາ​ທໍ່ຕູ້ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຍຸຕິ​ທຳ​ຫວຽດນາມ ​ໂດຍ​ທ່ານ ຮ່າ​ຮຸ່ງ​ເກື່ອງ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ ​ເປັນ​ຫົວໜ້າ​ຄະນະ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 27 – 31/07, ທ່ານ​ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ​ໄດ້​ແຈ້ງ​ໃຫ້​ຊາບ​ບາງ​ຈຸດ​ພົ້ນ​ເດັ່ນ​ຂອງ​ເສດ​ຖະກິດ​ສັງຄົມ​ຫວຽດນາມ ​ແລະ ໝາກຜົນ​ການ​ເຈ​ລະ​ຈາ​ກັບ​ກະຊວງ​ຍຸ​ຕິ​ທຳ​ລາວ ​ແລະ ກອງ​ປະຊຸມ​ຍຸຕິ​ທຳ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ​ຄັ້ງ​ທີ 2; ຢືນຢັນ 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື, ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ປະຊາຊົນຢູ່​ລຽບຕາມ​ເສັ້ນ​ຊາຍ​ແດນ​ 2 ປະ​ເທດມີ​ຊີວິດ​​ເປັນ​ປົກກະຕິ, ມີ​ຄວາມສົມບຸນພູນສຸກ​, ຕັດສິນ​ໃຈ​ພ້ອມ​ກັນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ຫວຽດນາມ - ລາວ ​​ເປັນ​ເສັ້ນ​ຊາຍ​ແດນ​​ແຫ່ງສັນຕິ​ພາບ ​ແລະ ພັດທະນາ. ທ່ານ​ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ​ເຊື່ອ​ໝັ້ນ​ວ່າ ສະພາ​ແຫ່ງ​ຊາດ​ລາວ ຈະ​ບັນລຸ​ຜົນສຳ​ເລັດ​ໃນ​ບົດບາດ​ເປັນ​ປະທານ​ກອງ​ປະຊຸມ​ໃຫຍ່ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA) ຄັ້ງ​ທີ 35, ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ເດືອນ 09/2014.

        ບັນດາ​ການ​ນຳ​ລາວ ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ລາວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ພ້​ອມກັບ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​​ສາມັກຄີແບບ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ​ລາວ - ຫວຽດນາມ ຂຽວ​ສົດ​ງົດ​ງາມ ​ແລະ ໝັ້ນຄົງ​ຂະໜົງ​ແກ່ນ​ໄປ​ຊົ່ວ​ກາລະ​ນານ.


ຂ່າວ/ບົດ​ອື່ນ