ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດພົບປະສັງສັນສະມາຊິກສະພາແຫ່ງຊາດເປັນຄູອາຈານ, ອະດີດຄູອາຈານ

(VOVWORLD) - ຕອນບ່າຍວັນທີ 17 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີການພົບປະສັງສັນກັບສະມາຊິກສະພາແຫ່ງຊາດເປັນຄູອາຈານ, ອະດີດຄູອາຈານ
ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດພົບປະສັງສັນສະມາຊິກສະພາແຫ່ງຊາດເປັນຄູອາຈານ, ອະດີດຄູອາຈານ - ảnh 1 ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດພົບປະສັງສັນສະມາຊິກສະພາແຫ່ງຊາດເປັນຄູອາຈານ, ອະດີດຄູອາຈານ

ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນຄູ ຫວຽດນາມ (20/11/1982 – 20/11/2017). ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ໃນພາລະກິດຫັນເປັນອຸດສາຫະຫຳ ແລະ ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ, ການສຶກສາຍິ່ງສວມບົດບາດສຳຄັນກ່ວາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມປາດຖະໜາວ່າ: ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ, ກະຊວງສຶກສາ ແລະ ບຳລຸງສ້າງ ຕ້ອງເປັນບັນດາອົງການສະເໜີ, ເປັນເສນາທິການ, ຕິດຕາມກວດກາບັນດາບັນຫາໃຫຍ່ໃຫ້ພັກ, ລັດຖະບານ ແລະ ສະພາແຫ່ງຊາດ, ພິເສດ ແມ່ນໃນວຽກງານກໍ່ສ້າງຖັນແຖວຄູອາຈານ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ