ນາຍົກລັດຖະມົນຕີ ມາເລເຊຍ ເຄື່ອນໄຫວຢ້ຽມຢາມຫວຽດນາມ

ນາຍົກລັດຖະມົນຕີ ມາເລເຊຍ ເຄື່ອນໄຫວຢ້ຽມຢາມຫວຽດນາມ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Mohd Najib Tun Razak ​
(ພາບ: http://baodientu.chinhphu.vn/)

(vovworld)- ຕອນ​ເຊົ້າ​ວັນ​ທີ 4/4, ພິທີ​ຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Mohd Najib Tun Razak ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ສຳນັກງານ​ປະທານ​ປະ​ເທດ​ຫວຽດນາມ. ພາຍຫຼັງ​ພິທິຕ້ອນຮັບ, ທ່ານນາຍົກ ລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Mohd Najib Tun Razak ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

   ທີ່​ການ​ເຈ​ລະ​ຈາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ​ໄດ້​ຕີ​ລາຄາ​ສູງ​ເລື່ອງ ມາເລເຊຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ນັກ​ລົງທຶນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ການ​ນຳ 2 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກ​ສັນສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ຂຶ້ນ​ເຖິງ 11 ຕື້ USD ກ່ອນ​ປີ 2015; ສົ່ງ​ເສີມ ​ແລະ ສ້າງ​​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ເພີ່ມ​ທະວີ​ການ​ຄ້າ, ການ​ລົງທຶນ​ຊຶ່ງ​ກັນ ​ແລະ ກັນ. ທ່ານ​ນາຍົກລັດຖະມົນຕີຂອງ 2 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກ​ສັນກັນ​ດຳ​ເນີນ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ MOU ສະ​ເພາະ​ການ​ຄ້າຂາຍ​ເຂົ້າສານ; ພ້ອມ​ທັງ​ສື​ບຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື​ແຮງ​ງານ, ກະ​ສີ​ກຳ, ນ້ຳມັນ​ອາຍ​ແກັສ, ການ​ສຶກສາ, ກົດໝາຍ, ຍຸຕິ​ທຳ...

     ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ຂອງ ທ່ານນາຍົກ ລັດຖະມົນຕີ ມາເລເຊຍ Dato Sri Mohd Najib Tun Razak, 2 ປະ​ເທດຫວຽດນາມ ​ແລະ ມາ​ເລ​ເຊຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ.

 ກ່ຽວ​ກັບ​ການ​ພົວພັນລະຫວ່າງຫວຽດນາມ ​ແລະ ມາ​ເລ​ເຊຍ, ຖະ​ແຫຼ​ງການ​ຮ່ວມ​ໄດ້​ຢືນຢັນ​ວ່າ 2​ ຝ່າຍ ຕົກລົງ​ກັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ຂັ້ນ​ຕ່າງໆ​ໄປມາ​ຢ້ຽມຢາມ​ກັນ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ​ແລະ ພົວພັນ​ແລກປ່ຽນ​ປະຊາຊົນ; ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ກຳມາ​ທິການ​ປະສົມ ຫວຽດນາມ ​- ມາ​ເລ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວິທະຍາສາດ ​ແລະ ​ເຕັກນິກ​ແນ​ໃສ່ສືບ​ຕໍ່​ຊຸກຍູ້ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ນີ້.

   ຫວຽດນາມ ​ແລະ ມາ​ເລ​ເຊຍ​ໄດ້​ເຫັນ​ດີ​ເປັນ​ເອກ​ະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ກ່ວາ​ອີກ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ເຫັນ​ດີ​ນຳ​ກັນຍູ້​ໄວ​ການ​ລົງ​ນາມ​​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ. 2 ຝ່າຍ​ຢືນຢັນ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ 2 ປະ​ເທດ ຊອກ​ຫາ​ກາລະ​ໂອກາດ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ແຕ່ລະ​ປະ​ເທດ...

    ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ຫວຽດນາມ ​ແລະ ມາ​ເລ​ເຊຍ ໄດ້​ເຫັນ​ດີ​ເປັນ​ເອກ​ະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມືລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສ​ພາກພື້ນ ​ແລະ ສາກົນ, ພ້ອມ​ກັນ​ສົມທົບ​ກັບປະ​ເທດ​ອື່ນໆ​ໃນ​ກຸ່ມ​ອາ​ຊຽນ ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ໝັ້ນຄົງ, ​ເຂັ້ມ​ແຂງ ​ແລະ ສາມັກຄີ​ໃນ​ປີ 2015. ຫວຽດນາມ ​ແລະ ມາ​ເລ​ເຊຍຢືນຢັນ​ຄືນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຊີດ​ຊູ​ຄວາມ​ເປັນ​ເອກະ​ພາບ ​ແລະ ບົດບາດ​ໃຈກາງ​ຂອງ​ອາຊຽນ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ທາງ​ອາກາດ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ ​ແລະ ມາ​ເລ​ເຊຍຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງ​ແກ້​ໄຂ​ການ​ພິພາດ​ກັນ​ຜ່ານ​ມາດ​ຕະການ​ໂດຍສັນຕິ​ວິທີ, ສອດຄ່ອງ​ກັບ​ຫຼັກການ​ທີ່​ໄດ້​ຮັບ​ການ​ຮອງ​ຮັບ​ຂອງ​ກົດໝາຍ​ສາກົນ, ຫຼີກ​ລ່ຽງການ​ນຳ​ໃຊ້​ກຳລັງ​ອາວຸດ​ຫຼື​ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ ​ແລະ ລະງັບ​ໃຈ​ໃນ​ການ​ກະທຳ.

   ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ TPP , ຫວຽດນາມ ​ແລະ ມາ​ເລ​ເຊຍ ໄດ້​ເຫັນ​ດີ​ເປັນ​ເອກ​ະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມືຊຸກຍູ້​ໃຫ້ການ​ເຈ​ລະ​ຈາ​ສຳ​ເລັດ​ໂດຍ​ໄວ ​ແລະ​ ຮັບປະກັນ​ການ​ສະຫງວນ​ຄວາມ​ພິບ​ໄຫວ, ​ເວລາ​ຫັນປ່ຽນ​ທີ່​ເໝາະ​ສົມ, ໜູນ​ຊ່ວຍ​ດ້ານ​ເຕັກນິກ ​ແລະ ຍົກ​ສູງ​ຄວາມ​ສາມາດ​ປະຕິບັດ​ໃຫ້​ບັນດາ​ປະ​ເທດ​ພວມ​ພັດທະນາ.

 ​ແລະ​ກໍ​ໃນ ຕອນ​ບ່າຍວັນ​ທີ 4/4, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີ້​ນຊາງ​ກໍ​ໄດ້​​ໃຫ້ການ​ຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Mohd Najib Tun Razak ຢ່າງ​ສະໜິດສະໜົມ. 

ຂ່າວ/ບົດ​ອື່ນ