ນາຍົກລັດຖະມົນຕີ ຢູແກຼນ ລາອອກຈາກ ຕຳແໜ່ງ

ນາຍົກລັດຖະມົນຕີ ຢູແກຼນ ລາອອກຈາກ ຕຳແໜ່ງ - ảnh 1
(ທ່ານ​ນາຍ​ົກລັດຖະມົນຕີ​ຢູ​ແກຼນ Arseny Yatseniuk)

(vovworld) –  ວັນ​ທີ 24/07, ທ່ານ​ນາຍ​ົກລັດຖະມົນຕີ​ຢູ​ແກຼນ Arseny Yatseniuk ​ໄດ້​ຍື່ນ​ໃບ​ຄຳ​ຮ້ອງ​ຂໍລາ​ອອກ​ຈາກ​ຕຳ​ແໜ່​ງຕໍ່​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ພາຍຫຼັງ​ທີ່​​ໄດ້ຕຳ​ນິຕິ​ຕຽນບັນດາ​ນັກການ​ເມືອງ​ບໍ່​ສາມາດ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ພະລັງງານ ​ແລະ ງົບປະມານ ​ເພື່ອ​ເພີ່ມ​ທະວີ​ການ​ສະໜອງ​​ການ​ເງິນ​ໃຫ້​ກອງທັບ. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ສະພາ​ແຫ່ງ​ຊາດ, ທ່ານ Yatseniuk  ຖະ​ແຫຼ​ງວ່າ: ການ​ລາ​ອອກ​ຈາກ​ຕຳ​ແໜ່ງຂອງ​ຂ້າພະ​ເຈົ້າ​ກ່ຽວຂ້ອງ​ເຖິງ​ການ​ຍຸບ​ເລີກ​ສຳພັນ​ທະ​ມິດ​ກຳ​ອຳນາດ (ການ​ເລືອກ​ເຟັ້ນ​ເອີ​ລົບ) ທີ່​ກວມ​ທີ່​ນັ່ງ​ເປັນ​ຈຳນວນ​ຫຼາຍ​ຢູ່​ສະພາ​ແຫ່ງ​ຊາດ​ຫາ​ກໍ່​ຖືກ​ຍຸບ​​ເລີກກ່ອນ​ນັ້ນ ​ແລະ ​ເລື່ອງ​ສະກັດ​ກັ້ນ​ບັນດາ​ຂໍ້​ລິ​ເລີ່​ມຂອງ​ລັດຖະບານ. ກ່ອນ​ໜ້າ​ນັ້ນ, ສຳພັນ​ທະ​ມິດ​ກຳ​ອຳນາດ “ການ​ເລືອກ​ເຟັ້ນ​ເອີ​ລົບ” ​ໃນ​ສະພາ​ແຫ່ງ​ຊາດ​ໄດ້​ຖືກ​ຍຸບ​ເລີກ​ຢ່າງ​ເປັນ​ທາງ​ການ, ​ເຊິ່ງ​ເປັນ​ການກະທຳ​ທີ່​ຖືກ​ຖື​ວ່າ​ເປີດ​ຊ່ອງ​ທາງ​ເພື່ອ​ໃຫ້​ທ່ານ​ປະທານາທິບໍດີ Petro Poroshenko ຖະ​ແຫຼ​ງຈັດ​ຕັ້ງ​ການ​ເລືອກຕັ້ງ​ຄັ້ງ​ໃຫຍ່​ກ່ອນ​ກຳນົດ​ເວລາ​ໃນ​ເດືອນ​ໜ້າ​ຢູ່​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ​ນີ້.

ຂ່າວ/ບົດ​ອື່ນ