ນາຍົກລັດຖະມົນຕີ ລາວ ເປັນປະທານກອງປະຊຸມຂ່າວກ່ຽວກັບເຫດການເຂື່ອນກັ້ນນ້ຳ ເຊປ່ຽນ - ເຊນ້ຳນ້ອຍແຕກ

(VOVWORLD) - ບ່າຍວັນທີ 25 ກໍລະກົດ, ທີ່ນະຄອນຫລວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເປັນປະທານກອງປະຊຸມຂ່າວເພື່ອແຈ້ງສະພາບການກ່ຽວກັບອຸບັດຕິເຫດເຂື່ອນກັ້ນນ້ຳແຕກ ຕໍ່ສື່ມວນຊົນພາຍໃນ ແລະ ຕ່າງປະເທດ.
ນາຍົກລັດຖະມົນຕີ ລາວ ເປັນປະທານກອງປະຊຸມຂ່າວກ່ຽວກັບເຫດການເຂື່ອນກັ້ນນ້ຳ ເຊປ່ຽນ - ເຊນ້ຳນ້ອຍແຕກ - ảnh 1 ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ 

ແລະກໍ່ໃນຕອນບ່າຍວັນທີ 25 ກໍລະກົດ, ລັດຖະບານ ລາວ ໄດ້ຈັດກອງປະຊຸມດ່ວນ ແລະ ຕົກລົງສ້າງຕັ້ງຄະນະປະຕິບັດງານສະເພາະກິດເພື່ອປະເມີນຜົນເສຍຫາຍ, ຊອກຫາສາຍເຫດຕົ້ນຕໍທີ່ກໍ່ໃຫ້ເກີດເຫດດັ່ງກ່າວ.

        ຕາມທ່ານນາຍົກລັດຖະມົນຕີ ລາວ ແລ້ວ, ຜົນສະທ້ອນຈາກເຫດເຂື່ອນກັ້ນນ້ຳແຕກແມ່ນເສຍຫາຍໜັກໜ່ວງທີ່ສຸດ ແລະ ເປັນຄັ້ງທຳອິດໃນຫລາຍທົດສະວັດຜ່ານມາ. ເຫດການດັ່ງກ່າວເກີດຂຶ້ນ ຍ້ອນຝົນຕົກໜັກທີ່ແກ່ຍາວເປັນເວລາຫລາຍມື້ ເຮັດໃຫ້ປະລິມານນ້ຳເພີ່ມຂຶ້ນສູງຢ່າງໄວ, ອ່າງເກັບນ້ຳສຳຮອງຂອງເຂື່ອນໄຟຟ້ານ້ຳຕົກ ເຊປ່ຽນ - ເຊນ້ຳນ້ອຍ ບໍ່ສາມາດຮັບປະລິມານນ້ຳໄດ້ ຈຶ່ງເຮັດໃຫ້ເຂື່ອນແຕກ. ນ້ຳໄຫລສຸລົງມາຢ່າງແຮງ ປະຊາຊົນຍົກຍ້າຍອອກບໍ່ທັນ.

        ຕາງໜ້າລັດຖະບານ ແລະ ປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ລາວ ໄດ້ຂອບອົກຂອບໃຈຕໍ່ຄວາມແບ່ງປັນຢ່າງເລິກເຊິ່ງ, ການຊ່ວຍເຫຼືອຂອງລັດຖະບານ, ປະຊາຊົນບັນດາປະເທດເພື່ອນມິດ ແລະ ບັນດາອົງການຈັດຕັ້ງສາກົນ.

        ຕໍ່ໜ້າຜົນເສຍຫາຍຂອງເຫດດັ່ງກ່າວ, ວັນທີ 25 ກໍລະກົດ, ລັດຖະບານ ໄທ ໄດ້ຊ່ວຍເຫຼືອ ລາວ ດ້ວຍເງິນສົດທີ່ມີມູນຄ່າ 147.000 USD ໃຫ້ບັນດາຜູ້ປະສົບເຄາະຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ