ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ພົບປະກັບບັນດາການນຳ ອາຊຽນ ເນື່ອງໃນໂອກາດກອງປະຊຸມປະຈຳປີ IMF – WB

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງ ທ່ານປະທານາທິບໍດີ ອິນໂດຍເນເຊຍ Joko Widodo, ວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມການພົບປະກັບບັນດາການນຳອາຊຽນ ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຈຳປີ ກອງທຶນເງິນຕາສາກົນ (IMF) - ທະນາຄານໂລກ (WB) ທີ່ບາລີ, ອິນໂດເນເຊຍ.

 

ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ພົບປະກັບບັນດາການນຳ ອາຊຽນ ເນື່ອງໃນໂອກາດກອງປະຊຸມປະຈຳປີ IMF – WB - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖ່າຍຮູບກັບບັນດາການນຳ ອາຊຽນ (ພາບ:TTXVN)

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຖືວ່າຜົນສຳເລັດຂອງກອງປະຊຸມ WEF ASEAN 2018 ທີ່ຈັດຂຶ້ນຢູ່ຫວຽດນມ ຫວ່າງແລ້ວນີ້ ໄດ້ສະແດງໃຫ້ເຫັນວ່າ ອາຊຽນ ມີທ່າແຮງຫຼາຍຢ່າງ, ພ້ອມແລ້ວທີ່ຈະຮັບເອົາ ແລະ ໝູນໃຊ້ ໝາກຜົນຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ຢ່າງມີປະສິດທິຜົນ. ທ່ານກ່າວວ່າ:

“ຂ້າພະເຈົ້າສະເໜີໃຫ້ ສະຫະປະຊາຊາດ, ກອງທຶນເງິນຕາສາກົນ, ທະນາຄານໂລກ ປະສານສົມທົບກັບ ອາຊຽນ ແລະ ຫວຽດນາມຊຸກຍູ້ການຜັນຂະຫຍາຍປະຕິບັດ ບັນດາໝາກຜົນຂອງກອງປະຊຸມ WEF ອາຊຽນໃຫ້ແທດຈິງ, ໂດຍສະເພາະແມ່ນກົນໄກຄວາມກົມກຽວລະຫວ່າງສະພາບແວດລ້ອມໃນການດຳເນີນທຸລະກິດ, ຂອບເຂດການເຊື່ອມຕໍ່ກັບບັນດາສູນບຳລຸງສ້າງແຫ່ງຊາດ ແລະ ການເຊື່ອມຕໍ່ກກກັບຕາໜ່າງການສຶກສາ ແລະ ກໍ່ສ້າງລະບົບການຮຽນຕະຫຼອດຊີວິດ ຢູ່ບັນດາປະເທດ ອາຊຽນ”

ສຳລັບ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ກຳລັງປ່ຽນແປງໃໝ່ຢ່າງແຮງ, ກໍ່ສ້າງລັດຖະບານສ້າງສັນ, ພັດທະນາ, ສັດຊື່ບໍລິສຸດ, ມີການກະທຳ, ຮັບໃຊ້ປະຊາຊົນ, ວິສາຫະກິດ; ຫວຽດນາມ ກຳລັງ ເພີ່ມທະວີການຮ່ວມມື, ຍູ້ແຮງການປະຕິບັດບັນດາແຜນການ ກ່ຽວກັບປະຊາຄົມ ອາຊຽນ 2025. ທ່ານກວ່າຕື່ມອີກວ່າ

“ຂ້າພະເຈົ້າສະເໜີ ໃຫ້ພວກເຮົາສົມທົບກັນຜັນຂະຫຍາຍບັນດາຂໍ້ສະເໜີແນະ, ໂດຍສະເພາະແມ່ນໃນ 5 ຂົງເຂດບຸລິມະສິດໃນ “ບົດລາຍງານລະຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ແລະ ໂຄງການດຳເນີນງານ 2030 ຂອງ ສປຊ ກ່ຽວກັບການພັດທະນາແບບຍືນຍົງ” ລວມມີການຍົກສູງກຳລັງຄວາມມາດ ກຸ້ມຕົນເອງ, ພັດທະນາພື້ນຖານໂຄງລ່າງ, ຜະລິດ ແລະ ຈຳໜ່າຍແບບຍືນຍົງ, ຫຼຸດຜ່ອນຄວາມທຸກຍາກ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ”.

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ