ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍົກອອກຂໍ້ສະເໜີສຳຄັນ 3 ຂໍ້ທີ່ ASEM 12

(VOVWORLD) - ທີ່ວາລະປະຊຸມຄົບຄະນະຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ປັບປຸງລະບົບຫັນເປັນຫຼາຍຝ່າຍ: ຊຸກຍູ້ການພົວພັນຄູ່ຮ່ວມມື ASEM ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ”, ບັນດາການນຳຢັ້ງຢືນວ່າ ASEM ຄວນເສີມຂະຍາຍບົດບາດພື້ນຖານຊຸກຍູ້ລະບົບຫຼາຍຝ່າຍຢ່າງມີປະສິດທິຜົນ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍົກອອກຂໍ້ສະເໜີສຳຄັນ 3 ຂໍ້ທີ່ ASEM 12 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ

ຕອນເຊົ້າວັນທີ 19 ຕຸລາ, ຢູ່ບຣຸກແຊນ, ປະເທດ ແບນຊິກ, ກອງປະຊຸມສຸດຍອດເວທີປາໄສຮ່ວມມື ອາຊີ - ເອີລົບ ຄັ້ງທີ 12 (ASEM 12) ເລີ່ມກ້າວເຂົ້າສູ່ມື້ເຮັດວຽກທີ 2 ດ້ວຍວາລະປະຊຸມຄົບຄະນະຄັ້ງທີ 1 ແລະ ທີສອງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບນາຍົກລັດຖະມົນຕີ ສິງກະໂປ, ນອກແວ ແລະ ແອດສະປາຍ ໄດ້ເຊື້ອເຊີນກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຄັ້ງທີ 2.

        ທີ່ວາລະປະຊຸມຄົບຄະນະຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ປັບປຸງລະບົບຫັນເປັນຫຼາຍຝ່າຍ: ຊຸກຍູ້ການພົວພັນຄູ່ຮ່ວມມື ASEM ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ”, ບັນດາການນຳຢັ້ງຢືນວ່າ ASEM ຄວນເສີມຂະຍາຍບົດບາດພື້ນຖານຊຸກຍູ້ລະບົບຫຼາຍຝ່າຍຢ່າງມີປະສິດທິຜົນ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ບັນດາກົດລະບຽບ. ວາລະປະຊຸມໄດ້ເຫັນດີເຫັນພ້ອມຫຼາຍມາດຕະການເພີ່ມທະວີການຮ່ວມມື ASEM.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກ 3 ຂໍ້ສະເໜີສຳຄັນຕໍ່ກອງປະຊຸມຄື:

        ທີໜຶ່ງແມ່ນ, ASEM ຄວນນຳໜ້າໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນ. ສອງທະວີບນີ້ຄວນຮ່ວມມືຢ່າງແໜ້ນແຟ້ນໃນການແກ້ໄຂບັນດາສິ່ງທ້າທາຍຈາກຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ຮັກສາສັນຕິພາບ, ຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍສາກົນ ແລະ ບັນດາມາດຕະຖານລວມ.

        ທີສອງແມ່ນ, ASEM ຄວນນຳໜ້າໃນການຜັນຂະຫຍາຍບັນດາຄຳໝັ້ນສັນຍາ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ ແລະ ຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທຳມະຊາດຢ່າງໝັ້ນຄົງ, ຄ້ຳປະກັນດ້ານສະບຽບອາຫານ, ພະລັງງານ…

        ທີສາມແມ່ນ, ພັດທະນາແບບຍືນຍົງ, ກວມລວມຕິດພັນກັບການປ່ຽນແປງໃໝ່ມີຫົວຄິດປະດິດສ້າງ, ຄວນກາຍເປັນສຸດສຸມໃນການຮ່ວມມືຂອງ ASEM. ຄວນຊຸກຍູ້ການເຕີບໂຕກວມລວມດ້ານເສດຖະກິດ - ສັງຄົມ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ການສຶກສາມີຄຸນນະພາບ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັງກາດດີຈີຕອນ; ເຊື່ອມຕໍ່ບັນດາສູນປ່ຽນແປງໃໝ່ມີຫົວຄິດປະດິດສ້າງ, ສູນບຳລຸງສ້າງ, ຄົ້ນຄ້ວາ…

ຕອບກັບ

ຂ່າວ/ບົດ​ອື່ນ