ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຕ້ອງສຸມກຳລັງເພື່ອຈັດຕັ້ງກອງປະຊຸມສຸດຍອດ ອາເມລີກາ - ສປປ.ເກົາຫຼີ ຄັ້ງທີ່ສອງໃຫ້ສຳເລັດຜົນ.

(VOVWORLD) -ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ່ສອງແມ່ນເຫດການສາກົນທີ່ສຳຄັນເຊິ່ງໄດ້ ຮັບຄວາມສົນໃຈພິເສດຈາກປະຊາຄົມສາກົນ ແລະ ຫາງສຽງສາກົນ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຕ້ອງສຸມກຳລັງເພື່ອຈັດຕັ້ງກອງປະຊຸມສຸດຍອດ ອາເມລີກາ - ສປປ.ເກົາຫຼີ ຄັ້ງທີ່ສອງໃຫ້ສຳເລັດຜົນ. - ảnh 1ການກະກຽມໃຫ້ແກ່ກອງປະຊຸມ ສຸດຍອດ ອາເມລີກາ - ສປປ.ເກົາຫຼີ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫາກໍ່ເປັນປະທານກອງປະຊຸມກວດກາວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ່ສອງເຊິ່ງຈະໄດ້ຈັດຕັ້ງຢູ່ ຮ່າໂນ້ຍ. ພາຍຫຼັງການຮັບຟັງການນຳຂອງບັນດາກະຊວງ ແລະ ຂະແໜງການຕ່າງໆ ລາຍງານກ່ຽວກັບວຽກງານການກະກຽມໃຫ້ແກ່ກອງປະຊຸມໃນຫຼາຍດ້ານຄື: ການປ້ອງກັນຄວາມສະຫງົບ, ວັດຖຸ, ພະລາທິການ, ສູນສື່ມວນຊົນສາກົນ. ທ່ານນາຍົກລັດຖະມົນຕີ ໄດ້ ຊົມເຊີຍຈິດໃຈຮີບເຮັງປະຕິບັດ ແລະ ຄວາມມານະພະຍາຍາມຂອງບັນດາອົງການທີ່ກ່ຽວຂ້ອງ ແລະ ໃຫ້ຄຳຊີ້ນຳຢ່າງລະອຽດກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ່ສອງ. ທ່ານນາຍົກລັດຖະມົນຕີຍັງຊີ້ນຳບັນດາກະຊວງຂະແໜງການຕ້ອງສຸມກຳລັງໃນລະດັບສູງສຸດເພື່ອຮັບປະກັນການປະສານສົມທົບກັບ ບັນດາອົງການເພື່ອຈັດຕັ້ງກອງປະຊຸມສຸດຍອດໃຫ້ສຳເລັດຜົນ, ໃນນັ້ນ ການປ້ອງກັນຄວາມສະຫງົບ ແລະ ປອດໄພແມ່ນໜ້າທີ່ທີ່ສຳຄັນທີ່ສຸດ, ເອົາໃຈໃສ່ຮັບປະກັນທັດສະນີຍະພາບ ແລະ ສິ່ງແວດລ້ອມຂອງຕົວເມືອງ.

ທ່ານນາຍົກລັດຖະມົນຕີຍັງເນັ້ນໜັກວ່າ ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ່ສອງແມ່ນເຫດການສາກົນທີ່ສຳຄັນເຊິ່ງໄດ້ຮັບຄວາມສົນໃຈພິເສດຈາກປະຊາຄົມສາກົນ ແລະ ຫາງສຽງສາກົນ, ເປັນໂອກາດທີ່ດີເພື່ອໂຄສະນາພາບພົດຂອງປະເທດຊາດ ແລະ ບັນດາຜົນງານໃນການພັດທະນາທີ່ ຫວຽດນາມ ບັນລຸໄດ້ໃນຫຼາຍດ້ານ, ສະພາບແວດລ້ອມທີ່ມີຄວາມສະດວກເພື່ອດຶງດູດການລົງທຶນ, ການທ່ອງທ່ຽວ, ຊຸກຍູ້ການຄ້າ ໃຫ້ແກ່ເພື່ອນມິດສາກົນ, ເພີ່ມທະວີການເຊື່ອມໂຍງຕ່າງໆເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາ ເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ