ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ

(VOVWORLD) - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງໝາກຜົນການເຈລະຈາຂອງຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກ 2 ປະເທດ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ - ảnh 1 ການຕ້ອນຮັບຄະນະຜູ້ແທນລາວທີ່ສຳນັກງານລັດຖະບານ

ຕອນບ່າຍວັນທີ 25 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ ຈັນສີ ໂພສີຄຳ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງໝາກຜົນການເຈລະຈາຂອງຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກ 2 ປະເທດ ເພື່ອແນໃສ່ແລກປ່ຽນບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ, ບົດຮຽນໃນການກໍ່ສ້າງພັກ, ວຽກງານພະນັກງານ, ບຳລຸງ ກໍ່ສ້າງພະນັກງານຂັ້ນຕ່າງໆ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງໃຫ້ເຫັນວ່າ ວຽກງານບຳລຸງສ້າງພະນັກງານໃຫ້ຝ່າຍລາວ ດ້ວຍການຊ່ວຍເຫຼືອຂອງຝ່າຍ ຫວຽດນາມ ພວມນັບມື້ນັບໄດ້ຮັບການຍົກສູງດ້ານຄຸນນະພາບ. ຫວຽດນາມ ພວມມານະພະຍາຍາມເອົາໃຈໃສ່ກ່ວາອີກເຖິງຖັນແຖວພະນັກງານ, ນັກສຶກສາລາວ ທີ່ພວມຮ່ຳຮຽນ, ຄົ້ນຄ້ວາຢູ່ ຫວຽດນາມ ເພື່ອແນໃສ່ຍົກສູງຄຸນນະພາບການຮ່ຳຮຽນ, ພ້ອມທັງກຽມພ້ອມທັງຈັດແບ່ງງົບປະມານຕື່ມອີກ ເພື່ອເພີ່ມທະວີ, ຊຸກຍູ້ວຽກງານນີ້ໃຫ້ນັບມື້ນັບມີປະສິດທິຜົນ.

        ທ່ານ ຈັນສີ ໂພສີຄຳ ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ຂອງຄະນະ ເພື່ອແນໃສ່ແລກປ່ຽນກ່ຽວກັບວຽກງານຈັດຕັ້ງລະຫວ່າງຄະນະຈັດຕັ້ງສູນກາງພັກ 2 ປະເທດ, ຖອດຖອນບົດຮຽນອັນລ້ຳຄ່າຂອງ ຫວຽດນາມ ກ່ຽວກັບວຽກງານພະນັກງານ ແລະ ໄປທັດສະນະສຶກສາຕົວຈິງຢູ່ບາງທ້ອງຖິ່ນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ