ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປຸກລະດົມ ວັນບຸນປູກຕົ້ນໄມ້ຢູ່ແຂວງ ເງ້ອານ.

(VOVWORLD) -ຕອນບ່າຍວັນທີ 22 ກຸມພາທີ່ ຕາແສງ ເງ້ຍເຊີນເມືອງ ເງຍດ່ານແຂວງເງ້ອ່ານທ່ານນານົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ປຸກລະດົມ ວັນບຸນປູກຕົ້ນໄມ້ເພື່ອຮູ້ບຸນຄຸນ ປະທານໂຮ່ຈີມິນຕະຫຼອດການ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປຸກລະດົມ ວັນບຸນປູກຕົ້ນໄມ້ຢູ່ແຂວງ ເງ້ອານ. - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີກອງປຸກລະດົມ ວັນບຸນປູກຕົ້ນໄມ້ ປີ 2019

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີກອງປຸກລະດົມ ວັນບຸນປູກຕົ້ນໄມ້ ປີ 2019 ຢູ່ແຂວງ ເງ້ອານ ພ້ອມກັບການນຳບາງກະຊວງ, ຂະແໜງການ, ການນຳແຂວງເງ້ອານ ແລະ ປະຊາຊົນທ້ອງຖິ່ນ. ໃນເຫດການດັ່ງກ່າວໄດ້ປູກຕົ້ນໄມ້ 3.500 ຕົ້ນ.

ແລະກໍ່ໃນເມືອງເງ້ຍດ່ານ, ທ່ານນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມຮູບແບບຜະລິດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ການລ້ຽງງົວພັນນົມ, ປຸງແຕ່ງນ້ຳນົມ ແລະ ເຂົ້າຮ່ວມພິທີມອບຫຼຽນໄຊແຮງງານຊັ້ນສອງໃຫ້ແກ່ບໍລິສັດຫຸ້ນສ່ວນນ້ຳນົມ TH, ເຂົ້າຮ່ວມພິທີໄຂໂຮງງານຜະລິດນ້ຳບໍລິສຸດ, ຢາສະໝຸນໄພ ແລະ ໝາກໄມ້ພູ ຕຽນຂອງກຸ່ມບໍລິສັດ TH. ຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນສອງໃຫ້ແກ່ບໍລິສັດຫຸ້ນສ່ວນອາຫານນົມ TH,ເຊິ່ງເປັນລາງວັນອັນສູງສົ່ງຂອງພັກ, ລັດ, ຮັບຝັງບັນດາຄວາມມານະພະຍາຍາມ ແລະ ອຸທິດສ່ວນຂອງ ບໍລິສັດ ແລະ ກຸ່ມບໍລິສັດ TH ໃນຕະຫຼອດການເຄື່ອນໄຫວເປັນເວລາ 9 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ