ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຊົມງານວາງສະແດງ “ແທງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ”

(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 990 ປີແຫ່ງວັນຄົບຮອບຂອງ ແທງຮ໊ວາ (1029 - 2019), ຕອນເຊົ້າວັນທີ 08 ພຶດສະພາ, ທີ່ນະຄອນ ແທງຮ໊ວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມາຢ້ຽມຊົມງານວາງສະແດງ “ແທງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ”, ຊຶ່ງໄດ້ຈັດຕັ້ງແຕ່ວັນທີ 05 – 09 ພຶດສະພາ 2019.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຊົມງານວາງສະແດງ “ແທງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ” - ảnh 1 ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຊົມງານວາງສະແດງ “ແທງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ”

ນີ້ແມ່ນງານວາງສະແດງທີ່ມີຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງແຂວງ, ນອນໃນບັນດາເຫດການສະເຫຼີມສະຫຼອງ 990 ປີແຫ່ງວັນຄົບຮອບຂອງ ແທງຮ໊ວາ, ແນໃສ່ແນະນຳ, ໂຄສະນາຄວາມງາມຂອງເຂດດິນແດນ ແລະ ປະຊາຊົນ ແທງຮ໊ວາ, ບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງກ່ຽວກັບການພັດທະນາເສດຖະກິດ, ການທ່ອງທ່ຽວ.

        ດ້ວຍຮູບພາບ, ເອກະສານ, ວັດຖຸພັນຜ່ານໄລຍະຕ່າງໆເກືອບ 10.000 ຢ່າງໄດ້ນຳມາວາງສະແດງ, ງານວາງສະແດງໃຫ້ຊ່ວຍໃຫ້ປະຊາຊົນ, ແຂກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບເຂດດິນແດນ, ປະຊາຊົນ ແທງຮ໊ວາ ຫລາຍກ່ວາ ໃນວິວັດທະນາການປະຫວັດສາດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດຂອງປະຊາຊົນ ແລະ ມີຄວາມເຂົ້າໃຈແຈ້ງກ່ຽວກັບ ແທງຮ໊ວາ ກ່ວາເກົ່າ.

ແລະກໍ່ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ລົງຢ້ຽມຢາມເມືອງ ນົງກົ໊ງ ແລະ ກົດປຸ່ມປະຕິບັດໂຄງການລ້ຽງງົວພັນນົນ ແລະ ປຸງແຕ່ງນ້ຳນົມໂດຍນຳໃຊ້ເຕັກໂນໂລຊີສູງ.

ຕອບກັບ

ຂ່າວ/ບົດ​ອື່ນ