ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງກວດກາ ແລະ ຊີ້ນຳວຽກງານແກ້ໄຂຜົນຮ້າຍຢ່ອນຫຼັງຈາກພາຍຸລູກທີ 10

(VOVWORLD) -ໃນຕອນເຊົ້າວັນທີ 16 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ລົງກວດກາສະພາບຄວາມເສຍຫາຍຍ້ອນພາຍຸດັ່ງກ່າວກໍ່ຂຶ້ນ
      ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງກວດກາ ແລະ ຊີ້ນຳວຽກງານແກ້ໄຂຜົນຮ້າຍຢ່ອນຫຼັງຈາກພາຍຸລູກທີ 10 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບການນຳຮ່າຕິ້ງ 

ຕາມການສະຖີຕິໃນເບື້ອງຕົ້ນ, ພາຍຸລູກທີ 10 ຫຼືພາຍຸ Doksuri ໄດ້ພັດເຂົ້າບັນດາແຂວງພາກກາງຫວຽດນາມຈາກຮ່າຕິ້ງຫາກວາງບິງ ໃນວັນທີ 15 ກັນຍາ, ອັນໄດ້ເຮັດໃຫ້ 6 ຄົນເສຍຊີວິດ ແລະ 21 ຄົນໄດ້ຮັບບາດເຈັບ. ເຮືອນປະມານ 24.000 ຫຼັງຖືກເລີກຫຼັງຄາ, ເຮືອນກວ່າ 54.000 ຫຼັງຖືກນ້ຳຖ້ວມ ແລະ ເນື້ອທີ່ພືດສຳຮອງຫຼາຍແຮັກຕາຖືກເສຍຫາຍ. ໂຮງຮຽນຫຼາຍຫຼັງ ແລະ ກິດຈະກຳສາທາລະນະຫຼາຍແຫ່ງຖືກເປເພ.

      ໃນຕອນເຊົ້າວັນທີ 16 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ລົງກວດກາສະພາບຄວາມເສຍຫາຍຍ້ອນພາຍຸດັ່ງກ່າວກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢ້ຽມຢາມໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ຕາແສງກີນາມ, ເທດສະບານ ກີແອງ. ນີ້ແມ່ນໂຮງຮຽນຖືກເສຍຫາຍຢ່າງໜັກຍ້ອນພາຍຸກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີວ່າ :

    “ ຕ້ອງລະດົມກຳລັງເພື່ອມຸງຫຼັງຄາເຮືອນໃຫ້ແກ່ປະຊາຊົນ, ຟື້ນຟູໂຮງຮຽນຖືກເປເພ. ນີ້ແມ່ນວຽກງານທີ່ສຳຄັນ, ບໍ່ປະໃຫ້ປະຊາຊົນຖືກຕົກຢູ່ໃນສະພາບນອນກາງດິນ ກິນກາງຊາຍ, ຕ້ອງຮັບປະກັນຊີວິດເປັນປົກກະຕິໃຫ້ປະຊາຊົນ. ຕ້ອງເຮັດອະນາໄມໂດຍໄວ, ຮັບປະກັນມີໄຟຟ້າ, ນ້ຳໃຊ້ ເພື່ອໃຫ້ບັນດານັກຮຽນສືບຕໍ່ຮ່ຳຮຽນປົກກະຕິ ”

     ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງເຮັດວຽກກັບການນຳແຂວງກວາງບີງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຄຳຊີ້ນຳວ່າ : 

    “ ເຫັນດີໜູນຊ່ວຍເຂົ້າສານ 3.000 ໂຕນໃຫ້ແກ່ປະຊາຊົນພາຍຫຼັງປະສົບກັບພາຍຸ. ເຫັນດີມອບໝາຍໃຫ້ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ແກ້ໄຂແນວພັນ, ພືດຜັກໃຫ້ແກ່ແຂວງກວາງບີງຢ່າງທັນການເພື່ອຫນູນຊ່ວຍ ປະຊາຊົນໃນລະດູການຜະລິດທີ່ຈະມາເຖິງ.  ”

ຕອບກັບ

ຂ່າວ/ບົດ​ອື່ນ