ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການປະຕິບັດງານຢູ່ ອີຢູ ຢ່າງຈົບງາມ

(VOVWORLD) - ຕອນເຊົ້າວັນທີ 21 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນ ຫວຽດນາມ ໄດ້ກັບເມືອ ຮ່າໂນ້ຍ, ສິ້ນສຸດການປະຕິບັດງານຢູ່ ເອີຣົບ ຢ່າງຈົບງາມ:
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການປະຕິບັດງານຢູ່ ອີຢູ ຢ່າງຈົບງາມ - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ASEM 12. ພາບ: chinhphu.vn

ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ - ເອີຣົບ (ASEM) ຄັ້ງທີ 12, ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອບັນດາເປົ້າໝາຍການເຕີບໂຕຂຽວທົ່ວໂລກ (G4P) ແລະ ຢ້ຽມຢາມ ສ.ໂອຕາຣິດ, ລາຊະອານາຈັກ ແບນຊິກ, ລາຊະອານາຈັກ ແດນມາກ ຢ່າງເປັນທາງການ ແລະ ຢ້ຽມຢາມເຮັດວຽກຢູ່ສະຫະພາບ ເອີຣົບ.

       ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມ ແດນມາກ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີ ແດນມາກ Lars Lokke Rasmussen. ທີ່ການເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໃນບັນດາຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ດ້ວຍບຸລິມະສິດທີ່ສະຫງວນໃຫ້ການປະຕິບັດໂຄງການຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວເໝາະສົມກັບເງື່ອນໄຂລະດັບຊາດ (NAMA) ຂອງ ຫວຽດນາມ.

       ນາຍົກລັດຖະມົນຕີ 2 ທ່ານກໍ່ເຫັນດີເປັນເອກະສັນ ຊຸກຍູ້ເພີ່ມທະວີບັນດາການຮ່ວມສຳພັນລະຫວ່າງ ອາຊີ ແລະ ເອີຣົບ, ຊຸກຍູ້ການພົວພັນຢ່າງແໜ້ນແຟ້ນລະຫວ່າງ ອາຊຽນ - ອີຢູ ແລະ ລະຫວ່າງ ອາຊຽນ - ແດນມາກ ໃຫ້ດີກ່ວາອີກ. ທ່ານນາຍົກລັດຖະມົນຕີ ແດນມາກ ຢືນຢັນວ່າ: ສະໜັບສະໜູນບັນດາຄວາມມານະພະຍາຍາມຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ມິດຕະພາບຢູ່ ອາຊີຕາເວັນອອກສ່ຽງໃຕ້, ຮັບປະກັນສິດເສລີໃນການເດີນເຮືອ ແລະ ທາງອາກາດຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ ໃຫ້ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

       ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ຢັ້ງຢືນຄວາມເຫັນດີເປັນເອກະພາບຊອກຫາກາລະໂອກາດຊຸກຍູ້ການພົວພັນຄູ່ຮ່ວມມື 2 ຝ່າຍໃນອະນາຄົດໃຫ້ດີກ່ວາອີກ.

       ແລະກໍ່ໃນວັນທີ 20 ຕຸລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໂອ້ລົມສົນທະນາກັບວິສາຫະກິດແຖວໜ້າຂອງ ແດນມາກ ປະມານ 20 ແຫ່ງ. ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

       ພວກຂ້າພະເຈົ້າມີທ່າໄດ້ປຽບກ່ຽວກັບຄວາມສາມາດສະໜອງກຳລັງແຮງງານໜຸ່ມຢ່າງຫລວງຫລາຍ ມີຄຸນນະພາບດ້ວຍຄ່າໃຊ້ຈ່າຍແກ່ງແຍ້ງ. ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ໄດ້ໂອ້ລົມສົນທະນາກັບບັນດາວິສາຫະກິດ ແດນມາກ, ພ້ອມກັບພວກເພື່ອນແບ່ງປັນແນວຄວາມຄິດ, ບັນດາມາດຕະການຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ - ແດນມາກ ໃນສະພາບການປະຕິວັດອຸດສາຫະກຳ 4.0 ພວມດຳເນີນໄປຢ່າງແຮງ. ຂ້າພະເຈົ້າປາດຖະໜາວ່າ ບັນດາວິສາຫະກິດ ແດນມາກ ຈົ່ງຮຽງບ່າຮຽງໄຫລ່ພ້ອມກັບປະຊາຄົມວິສາຫະກິດ ຫວຽດນາມ, ກາຍເປັນຂົວເຊື່ອມຕໍ່ປັບປຸງ ແລະ ພັດທະນາການພົວພັນຮ່ວມມື 2 ຝ່າຍກ່ວາອີກ.

       ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາວິສາຫະກິດແຖວໜ້າ ແດນມາກ ເປັນເຈົ້າການຕັ້ງໜ້າກ່ວາອີກ ເພື່ອເປີດກ້ວາງການລົງທຶນແລກປ່ຽນການຄ້າຢູ່ ຫວຽດນາມ.

       ເນື່ອງໃນໂອກາດຢ້ຽມຢາມ ແດນມາກ ຢ່າງເປັນທາງການ, ວັນທີ 20 ຕຸລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂ່ຳນັບພະລາຊີນີ ແດນມາກ  Margrethe ທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ