ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ນອກແວ

(VOVWORLD) -  ໃນຂອບເຂດບັນດາການເຄື່ອນໄຫວຂອງວິສາຫະກິດ ແລະ ຢູ່ເວທີປາໄສວິສາຫະກິດ ຫວຽດນາມ - ນອກແວ, ມີຂໍ້ຕົກລົງຮ່ວມມື 3 ສະບັບໄດ້ລົງນາມໃນຂົງເຂດພະລັງງານ, logistic, ໄຟຟ້າ.

ໃນຂອບເຂດການຢ້ຽມຢາມ ນອກແວ ຢ່າງເປັນທາງການ, ຕອນເຊົ້າວັນທີ 24 ພຶດສະພາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫລວງ Oslo, ນອກແວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ນອກແວ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ, ນັກລົງທຶນ 2 ປະເທດກ່ວາ 300 ແຫ່ງ.

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ນອກແວ - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ນອກແວ (ພາບ: TTXVN)

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ບັນດາວິສາຫະກິດ ນອກແວ ທີ່ໄປຍັງຕະຫລາດ ຫວຽດນາມ ອາດຈະໄດ້ສຳພັດກັບຫລາຍຕະຫລາດໃຫຍ່ໃນພາກພື້ນ ແລະ ເປັນຕົ້ນແມ່ນພາກພື້ນ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ພວກຂ້າພະເຈົ້າສຸມໃສ່ດຶງດູດແຫຼ່ງກຳລັງລົງທຶນ ແລະ ພັດທະນາແບບຍືນຍົງ, ວ່ອງໄວແຕ່ຍືນຍົງຢູ່ໃນບັນດາຂົງເຂດບຸລິມະສິດການພັດທະນາພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃໝ່, ເສດຖະກິດທະເລຂຽວ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນການປະຕິວັດ 4.0 ດ້ວຍພື້ນຖານເສດຖະກິດດີຈີຕອນ. ຂ້າພະເຈົ້າປາດຖະໜາຢາກໄດ້ຮັບຄວາມສົນໃຈຮ່ວມມືຈາກບັນດານັກລົງທຶນ ນອກແວ ທີ່ສຸດ ເປັນຕົ້ນແມ່ນການບໍລິການທະເລຈຳນວນໜຶ່ງ  ເຊິ່ງພວກຂ້າພະເຈົ້າຍັງຈຳກັດຫລາຍ. ນັບແຕ່ເວທີປາໄສໃນມື້ນີ້, ຂ້າພະເຈົ້າປາດຖະໜາຢາກໃຫ້ວິສາຫະກິດ 2 ປະເທດ ເປັນເຈົ້າກຳຕັດສິນ ຜົນສຳເລັດຂອງການຮ່ວມມື 2 ຝ່າຍ ແລະ ຈະແມ່ນໂອກາດເຊື່ອມຕໍ່ສ້າງບັນດາໂຄງການ, ບັນດາຂໍ້ຕົກລົງຮ່ວມມືປະສົບຜົນສຳເລັດໃນອະນາຄົດ.

        ໃນຂອບເຂດບັນດາການເຄື່ອນໄຫວຂອງວິສາຫະກິດ ແລະ ຢູ່ເວທີປາໄສວິສາຫະກິດ ຫວຽດນາມ - ນອກແວ, ມີຂໍ້ຕົກລົງຮ່ວມມື 3 ສະບັບໄດ້ລົງນາມໃນຂົງເຂດພະລັງງານ, logistic, ໄຟຟ້າ.

ຕອບກັບ

ຂ່າວ/ບົດ​ອື່ນ