ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ຢ້ຽມຢາມຍີ່ປຸ່ນ

(VOVWORLD) - ກອງປະຊຸມສຸດຍອດຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ປີ 2018 ແມ່ນຂີດໝາຍ 10 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາກົນໄກຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ແລະ 3 ປີແຫ່ງການຜັນຂະຫຍາຍຍຸດທະສາດໂຕກຽວ 2015.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ຢ້ຽມຢາມຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ

(ພາບ: Thống Nhất/TTXVN)

ວັນທີ 7 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປນະຄອນຫຼວງ ໂຕກຽວ, ປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ຢ້ຽມຢາມ ຍີ່ປຸ່ນ.

        ກອງປະຊຸມສຸດຍອດຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ປີ 2018 ແມ່ນຂີດໝາຍ 10 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາກົນໄກຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ແລະ 3 ປີແຫ່ງການຜັນຂະຫຍາຍຍຸດທະສາດໂຕກຽວ 2015. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມເພື່ອແນໃສ່ຢັ້ງຢືນຄຳໝັ້ນສັນຍາສຳລັບກົນໄກຮ່ວມມືນີ້, ຕີລາຄາບັນດາບົດຮຽນໃນ 10 ປີຜ່ານມາ, ວາງອອກການກຳນົດທິດໃຫຍ່ ແລະ ສະເໜີບັນດາມາດຕະການຍົກສູງປະສິດທິຜົນແຫ່ງການຮ່ວມມືໃນໄລຍະຈະມາເຖິງ.

        ເນື່ອງໃນໂອກາດນີ້,ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຈະຢ້ຽມຢາມ ຍີ່ປຸ່ນ. ການຢ້ຽມຢາມຖືກດຳເນີນໄປໃນໂອກາດພິເສດນັ້ນແມ່ນການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ຈຸດປະສົງຂອງການຢ້ຽມຢາມເພື່ອແນໃສ່ຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງ ຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ