ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຮ່ວາບິ່ງ

(VOVWORLD) - ປະຈຸບັນແຂວງບໍ່ທັນມີບັນດາບໍລິສັດທ່ອງທ່ຽວຂະໜາດໃຫຍ່, ຍັງບໍ່ທັນມີລາຍການໂຄສະນາໃຫຍ່ກ່ຽວກັບທ່າແຮງການທ່ອງທ່ຽວ ເພື່ອດຶງດູດການລົງທຶນ ແລະ ແຂກທ່ອງທ່ຽວ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຮ່ວາບິ່ງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການເຮັດວຽກ

ຕອນເຊົ້າວັນທີ 11 ທັນວາ, ຢູ່ແຂວງ ຮ່ວາບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພ້ອມກັບການນຳບາງກະຊວງ, ຂະແໜງການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຮ່ວາບິ່ງ. ທ່ານນາຍົກລັດຖະມົນຕີ ຊີ້ນຳແຂວງ ຮ່ວາບິ່ງ ຄວນພັດທະນາດ້ານທ່ອງທ່ຽວຢ່າງແຮງ, ສ້າງແຂວງກາຍເປັນແຂວງທ່ອງທ່ຽວຢ່າງແທດຈິງ. ຍ້ອນວ່າ, ປະຈຸບັນແຂວງບໍ່ທັນມີບັນດາບໍລິສັດທ່ອງທ່ຽວຂະໜາດໃຫຍ່, ຍັງບໍ່ທັນມີລາຍການໂຄສະນາໃຫຍ່ກ່ຽວກັບທ່າແຮງການທ່ອງທ່ຽວ ເພື່ອດຶງດູດການລົງທຶນ ແລະ ແຂກທ່ອງທ່ຽວ. ພ້ອມກັນນັ້ນ,ແມ່ນການພັດທະນາອຸດສາຫະກຳປຸງແຕ່ງ, ກະສິກຳເຕັກໂນໂລຊີສູງ, ຜະລິດຕະພັນປອດສານພິດ, ສະໜອງໃຫ້ແກ່ຊາວນະຄອນຫຼວງ; ພັດທະນາສວນປູກໝາກກ້ຽງເປັນສິນຄ້າ…

  ແລະກໍ່ໃນການເຮັດວຽກນີ້, ການນຳບັນດາກະຊວງໄດ້ສະເໜີໃຫ້ແຂວງສຸມໃສ່ພັດທະນາອຸດສາຫະກຳ, ການທ່ອງທ່ຽວ ແລະ ກະສິກຳເຕັກໂນໂລຊີສູງ. ໃນນັ້ນ, ກ່ຽວກັບຂົງເຂດອຸດສາຫະກຳ, ແຂວງ ຮ່ວາບິ່ງ ອາດຈະພັດທະນາອຸດສາຫະກຳຜະລິດຊີມັງ, ຍົກລະດັບສະມັດຕະພາບການຜະລິດຊີມັງ. ພ້ອມກັນນັ້ນແມ່ນມີມາດຕະການດຶງດູດນັກລົງທຶນຫຼາຍກ່ວາອີກ, ພິເສດແມ່ນອຸດສາຫະກຳສຳຮອງ. ດ້ວຍທ່າແຮງໃນການພັດທະນາການປູກປ່າ, ແຂວງຄວນເສີມຂະຫຍາຍທ່າແຮງນີ້ຕິດພັນກັບອຸດສາຫະກຳປຸງແຕ່ງໄມ້.

ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ຮ່ວາບິ່ງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ ຮ່ວາບິ່ງ ໄດ້ເປັນເຈົ້າພາບສ້າງ “ແຜນຮ່າງພັດທະນາເຂດກຳລັງໜູນເສດຖະກິດຮອດປີ 2020, ກຳນົດທິດຮອດປີ 2030”, ທ່ານກ່າວວ່າ:

       “ກ່ອນທີ່ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ, ຂ້າພະເຈົ້າໄດ້ພົບປະກັບບັນດານັກລົງທຶນ ສ. ເກົາຫຼີ ແລະ ບາງນັກລົງທຶນຂອງ ໄຕ້ຫວັນ (ປະເທດຈີນ), ເຂົາເຈົ້າໄດ້ໄປຢ້ຽມຢາມຫຼາຍສະຖານທີ່ຢູ່ ຫວຽດນາມ ແຕ່ບໍ່ມີສະຖານທີ່ແຫ່ງໃດມີທິວທັດທຳມະຊາດສວຍງາມຄືຢູ່ຮ່ວາບິ່ງ. ຖ້າພວກເຮົາມີບັນດາຕົວເມືອງຊີວະພາບ, ຕິດພັນກັບທຳມະຊາດ, ຢູ່ໃກ້ນະຄອນຫຼວງ, ນັ້ນຈະແມ່ນສະພາບແວດລ້ອມທີ່ດີເພື່ອພັດທະນາບັນດາຕົວເມືອງແບບໃໝ່.”

ຕອບກັບ

ຂ່າວ/ບົດ​ອື່ນ