ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບຄະນະເສດຖະກິດສູນກາງ

(VOVWORLD) -ຕອນບ່າຍວັນທີ 23 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບຄະນະເສດຖະກິດສູນກາງກ່ຽວກັບສະພາບເສດຖະກິດມະຫາພາກ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາຜູ້ແທນຈົ່ງສຸມໃສ່ປຶກສາຫາລື ຕີລາຄາສະພາບຕົວຈິງຂອງເສດຖະກິດມະຫາພາກ, ຍົກໃຫ້ເຫັນບັນດາບັນຫາທີ່ຫຍຸ້ງຍາດ, ສິ່ງຄ້າງຄາໃນປັດຈຸບັນ, ໃນນັ້ນ ມີ ລະດັບຄວາມຄືບໜ້າຂອງການປ່ອຍເງິນລົງທຶນສາທາລະນະທີ່ຍັງຊັກຊ້າ, ບັນດາຂໍ້ຄົງຄ້າງຂອງພື້ນຖານເສດຖະກິດໃນປັດຈຸບັນ.

        ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງໝາກຜົນແຫ່ງການສົມທົບວຽກງານລະຫວ່າງຄະນະເສດຖະກິດສູນກາງກັບຄະນະຮັບຜິດຊອບວຽກງານພັກຂອງລັດຖະບານໃນໄລຍະທີ່ຜ່ານມາ, ທ່ານໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການທີ່ສຳຄັນໃນປັດຈຸບັນ ແມ່ນຕ້ອງສ້າງຂອບເຂດ, ກຳລັງໜູນພັດທະນາໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ