ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບວິສາຫະກິດຂອງສະພາທຸລະກິດ ອາເມລິກາ - ອາຊຽນ

(VOVWORLD) -  ຜູ້ຕາງໜ້າຂອງບັນດາວິສາຫະກິດ ອາເມລິກາ ລ້ວນແຕ່ຕີລາຄາສູງຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງ ຫວຽດນາມ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບວິສາຫະກິດຂອງສະພາທຸລະກິດ ອາເມລິກາ - ອາຊຽນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບວິສາຫະກິດຂອງສະພາທຸລະກິດ ອາເມລິກາ - ອາຊຽນ (ພາບ: TTXVN)

ຕອນບ່າຍວັນທີ 14 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບສະພາທຸລະກິດ ອາເມລິກາ - ອາຊຽນ (USABC) ໂດຍທ່ານ Alexander Feldman ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ USABC ນຳໜ້າ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີໄດ້ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ການດຳເນີນທຸລະກິດຂອງບັນດາວິສາຫະກິດ ອາເມລິກາ ຢູ່ ຫວຽດນາມ; ພ້ອມແລ້ວທີ່ຈະຮັບຟັງທຸກຄຳສະເໜີແນະ ຂອງ ວິສາຫະກິດ ອາເມລິກາ ເພື່ອປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ດີຂຶ້ນ ແລະ ຫວັງວ່າ ໃນໄລຍະຈະມາເຖິງບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ ຂອງ ອາເມລິກາ ຈະສືບຕໍ່ລົງທຶນເຂົ້າ ຫວຽດນາມ ຢ່າງແຮງ. ທ່ານນາຍົກລັດຖະມົນຕີຖືວ່າ: ໄລຍະນີ້ແມ່ນຈຸດເວລາທີ່ສະດວກທີ່ສຸດໃນການພົວພັນລະຫວ່າງສອງປະເທດຊຶ່ງບັນດາວິສາຫະກິດ ອາເມລິກາ ຄວນຍາດແຍ່ງກຳແໜ້ນກາລະໂອກາດນີ້ເປັນຢ່າງດີເພື່ອຊຸກຍູ້ການລົງທຶນເຂົ້າ ຫວຽດນາມ.

ຜູ້ຕາງໜ້າຂອງບັນດາວິສາຫະກິດ ອາເມລິກາ ລ້ວນແຕ່ຕີລາຄາສູງຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງ ຫວຽດນາມ; ສະແດງຄວາມຂອບໃຈຕໍ່ລັດຖະບານ, ບັນດາກະຊວງ, ຂະແໜງການ ຂອງ ຫວຽດນາມ ຍາມໃດກໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາວິສາຫະກິດ ອາເມລິກາ ທີ່ທຳມາຫາກິນປະສົບຜົນສຳເລັດຢູ່ ຫວຽດນາມ, ພ້ອມທັງປາດຖະໜາຢາກສືບຕໍ່ເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ຢ່າງແຮງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ