ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຮອດມານີລາ, ປະເທດ ຟີລິບປິນ ໄດ້ເລີ່ມເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຮອດມານີລາ, ປະເທດ ຟີລິບປິນ ໄດ້ເລີ່ມເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ  - ảnh 1
ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ທີ່​ສະ​ໜາມ​ບິນ

(vovworld) -ຕອນ​ບ່າຍ​ວັນ​ທີ 28/4 (ຕາມ​ເວ​ລາ ຫວຽດ​ນາມ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປ​ະ​ຊ​ຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 30 ແລ​ະ ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ຂ້ອງ ໄດ້​ໄປ​ຮອດ​ສະ​ໜາມ​ບິນສາ​ກົນ Ninoy Aquino, ນະ​ຄອນຫຼວງ ມາ​ນີ​ລາ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ. ຟີ​ລິບ​ປິນ Rodrigo Roa Duterte. ການ​ຢ້​ຽມ​ຢາມ​ດຳ​ເນີນ​ໃນ​ວັນ​ທີ 28 -29/4/2017.

        ອອກ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢູ່​ສະ​ໜາມ​ບິນສາ​ກົນ Ninoy Aquino, ມີ​ລັດ​ຖະ​ມົນ​ຕີ​ຄະ​ນະ​ລັດ​ຖະ​ບານ, ​ທີ່​ປຶກ​ສາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ  ຟີ​ລິບ​ປິນ Hermoenes C.Esperon Jr, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູ​ດ ຫວຽດ​ນາມ ປະ​ຈຳ ຟີ​ລິບ​ປິນ ຫຼີ​ກວກ​ຕ໋ວນ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​​ເປັນປະ​ເທດ ຫວຽດ​ນາມ ຫງວຽນ​ກວກ​ຢູ້ງ ພ້ອມ​ກັບ​ພະ​ນັກ​ງານ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຟີ​ລິບ​ປິນ.

        ກອງ​ປະ​ຊຸມ​ປີນີ້ ມີ​ຫົວ​ຂໍ້​ວ່າ: “ຮ່ວມ​ແຮງ​ຮ່ວມ​ໃຈ​ປ່ຽນ​ແປງ, ເຊື່ອມ​ຈອດ​ທົ່ວ​ໂລກ”. ນີ້​ແມ່ນກອງ​ປະ​ຊຸມ​ທຳ​ອິດ​ໃນ​ປີປະ​ທານ ອາ​ຊຽນ 2017 ຂອງ ຟີ​ລິບ​ປິນ.

        ຕາມ​​ແຜນ​ການ​ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ເຂົ້າ​ຮ່ວມ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ແລະ ວາ​ລະ​ອັດ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 30, ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ລະ​ຫວ່າງ​ບັນ​ດາ​ການ​ນຳ ອາ​ຊຽນ ກັບ​ຜູ້​ຕາງ​ໜ້າ​ຂອງ​ສະ​ມັດ​ຊາ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ ອາ​ຊຽນ (AIPA), ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ຫວ່າງ​ບັນ​ດາ​ການ​ນຳ ອາ​ຊຽນ ກັບ​ບັນ​ດາ​ຜູ​້​ຕາງ​ໜ້າ​ຊາວ​ໜຸ່ມ ອາ​ຊຽນ, ພົບ​ປະ 2 ຝ່າຍ​ກັບ​ບັນ​ດາ​ການ​ນຳ​ບາງ​ປະ​ເທດ ອາ​ຊຽນ ແລະ ກາ​ນ​ເຄື່ອນ​ໄຫວ​ອື່ນໆ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ