ນາຍົກລັດຖະມົນຕີ ຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ກອງບັນຊາການທະຫານເຂດ5

ນາຍົກລັດຖະມົນຕີ ຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ກອງບັນຊາການທະຫານເຂດ5 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸ​ກ ໄດ້​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ແມ່ ຫວຽດ​ນາມ ວິ​ລະ​ຊົນ ຫງວຽນ​ທິ​ທື໋

(vovworld) - ຕອນ​ບ່າຍ​ວັນ​ທີ 22/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວ​ນ​ຟຸກ ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 5. ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​​ຊວນ​ຟຸກ ຮຽ​ກ​ຮ​້ອງ​ໃຫ້​ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 5 ສືບ​ຕໍ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ທົ່ວ​ປວງ​ຊົນ, ຂ​ອ​ງ​ທົ່ວ​ລະ​ບົບ​ການ​ເມືອງ, ເພີ່ມ​ທ​ະ​ວີ​ກຳ​ລັງ​ແຮງ​ດ້ານ​ປ້ອງ​ກັນ​ປະ​ເທດ ແລະ ຄວາມ​ສາ​ມາດ​ປ​້​ອງ​ກັນ​ຕົວ, ກໍ່​ສ້າງ​ພື້ນ​ຖານ​ປ້ອງ​ກັນ​ປະ​ເທ​ດ​ທົ່ວ​ປວງ​ຊົນ, ທ່າ​​ສະ​ໜາມ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົ​ນ​ຕິດ​ພັນ​ກັບ​ທ່າ​ສະ​ໜາມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຄວາມ​ໝັ້ນ​ຄົງ​ປະ​ຊາ​ຊົນ​ຢ່າງ​ໜັກ​ແໜ້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸ​ກ ໄດ້​ຢັ້ງ​ຢືນ​ວ່າ ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 5 ແມ່ນ​​ບໍ​ລິ​ເວນຍຸດ​ທະ​ສາດ​ດ້ວ​ຍ​ຄວາມ​ຍາວ​​​ຂອງ​ຝັ່ງທະ​ເລ ແລະ ເສັ້ນຊາຍ​ແດນ​ທາງ​ບົກ, ດັ່ງ​ນັ້ນ, ພະ​ນັກ​ງານ​ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຕ້ອງ​​ໃກ້​ຊິ​ດ​ຕິດ​ແທ​ດ​ກັບ​ຮາກ​ຖານ, ກຳ​ແໜ້ນ​ສະ​ພາບ​ການ, ຍົກ​ສູງ​ຈິດ​ໃຈ​ລະ​ວັງ​ຕົວ​ໃນ​ສະ​ພາບ​ການ​ໃໝ່, ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ກັບ​ປະ​ຊາ​ຊົນ.

        ກ່ອນ​ໜ້ານັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸ​ກ ໄດ້​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ແມ່ ຫວຽດ​ນາມ ວິ​ລະ​ຊົນ ຫງວຽນ​ທິ​ທື໋, ຢູ່​ຕາ​ແສງ ດ້ຽນ​ຖັງ​ບັກ, ເທດ​ສະ​ບານ ດ້ຽນ​ບານ, ແຂວງ ກວາງ​ນາມ. ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດ​ຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸ​ກ ໄດ​້​ລົງ​ຢ​້ຽມ​ຢາມ, ມອບ​ຂອງ​ຂວັນ​​ໃຫ້ແມ່ ຫວຽດ​ນາມ ວິ​ລະ​ຊົນ ເລ​ທິ​ຈີ້, ອາ​ຍຸ 92 ປີ.


ຂ່າວ/ບົດ​ອື່ນ