ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມພິທີນຳເສັ້ນທາງຄວາມໄວສູງ ໂນ້ຍບາຍ - ລາວກາຍ ເຂົ້າໃຊ້ການ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມພິທີນຳເສັ້ນທາງຄວາມໄວສູງ ໂນ້ຍບາຍ - ລາວກາຍ ເຂົ້າໃຊ້ການ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເຂົ້າຮ່ວມ​ພິທີ​
ນຳເສັ້ນທາງ​ຄວາມ​ໄວ​ສູງ ​ໂນ້ຍບາຍ - ລາວ​ກາຍ ​ເຂົ້າ​ໃຊ້​ການ
(ພາບ: vietnamplus.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 21/09, ກ່າວ​ຄຳ​ເຫັນ​ທີ່​ພິທີນຳເສັ້ນທາງ​ຄວາມ​ໄວ​ສູງ ​ໂນ້ຍບາຍ - ລາວ​ກາຍ ​ເຂົ້າ​ໃຊ້​ການ, ທ່ານ​ນາຍ​ົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ເສັ້ນທາງ​ຄວາມ​ໄວ​ສູງ ​ໂນ້ຍບາຍ - ລາວ​ກາຍ ​ແມ່ນເສັ້ນທາງ​ຄວາມ​ໄວ​ສູງຍາວ​, ​ມີ​ຂອບ​ຂະໜາດໃຫຍ່ກວ່າ​ໝູ່ ​ແລະ ທັນ​ສະ​ໄໝ່ທີ່​ສຸດ​ຂອງ​ຫວຽດນາມ ​ໃນ​ປະຈຸ​ບັນ. ​ເສັ້ນທາງ​ດັ່ງກ່າວ​ມີ​ຄວາມ​ໝາຍສຳຄັນ​ພິ​ເສດກ່ຽວ​ກັບ​ເສດຖະກິດ, ສັງຄົມ, ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ບໍ່​ພຽງ​ແຕ່​ສຳລັບ​ລາວ​ກາຍ, ອຽນ​ບ໋າ​ຍ, ຟຸທ້ໍ, ວິ້ງ​ຟຸກ, ຮ່າ​ໂນ້ຍ ​ແລະ ​ເຂດຕາ​ເວັນ​ຕົກ​ພາກ​ເໜືອ ​ເທົ່າ​ນັ້ນ, ຫາກຍັງ​ທົ່ວ​ປະ​ເທດ​ອີກ​ດ້ວຍ, ພ້ອມ​ທັງ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຮ່ວມ​ມື​ອະ​ນຸພາກ​ພື້ນ​ແມ່ນ​ນ້ຳຂອງ ​ເປີດ​ກວ້າງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

   “ບັນດາ​ແຂວງ​ໃນ​​ເຂດ​ລ້ວນ​ແຕ່​​ໄດ້ເຊື່ອມ​ຕໍ່​ກັບ​ເສັ້ນທາງ​ຄວາມ​ໄວ​ສູງ​ນີ້​ຢ່າງ​ສະດວກ ​ເພື່ອ​ມີ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ, ສັງຄ​ົມ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນຂອງ​ເສັ້ນທາງ​ຄວາມ​ໄວ​ສູງ​ຢ່າງ​ສິ້ນ​​​ຊິ່ງ, ຍາດ​​ແຍ່ງ​ກາລະ​ໂອກາດເສັ້ນທາງ​ຄວາມ​ໄວ​ສູງ​ໂນ້ຍບາຍ - ລາວ​ກາຍ ​​ນຳ​ເຂົ້າ​ໃຊ້​ການ, ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​​ແຮງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ ນັບ​ທັງ​ທາງ​ດ້ານ​ກະສິກຳ, ອຸດສາຫະກຳ ​ແລະ ການ​ບໍລິການ. ນີ້​ແມ່ນ​​ເງື່ອນ​ໄຂ​ໃໝ່​ເພື່ອ​ໃຫ້​ບັນດາ​ທ້ອງຖິ່ນ​ວາງ​ແຜນ​ສັງ​ລວມຄືນ​ໃໝ່, ປັບປຸງແຜນ​ກຳນົດ​ສັງ​ລວມ ​ແລະ ມີ​ຍຸດ​ທະ​ສາດ, ​ແຜນການ​ພັດທະນາ​ຢ່າງ​ເໝາະ​ສົມ​, ມີ​ປະ​ສິດທິຜົນ, ຂຸດ​ຄົ້ນ​ຄວາມ​ສາມ​າດບົ່ມ​ຊ້ອນ​ທ່າ​​ໄດ້​ປຽບຂອງ​ຕົນ ​ເພື່ອ​ພັດທະນາ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ​ຢ່າງ​ໄວ, ໝັ້ນ​ຄົງ​ກ່ວາ, ປະກອບສ່ວນ​ປົວ​ແປງ ​ແລະ ຍົກ​ສູງຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ”.

        ​ໂຄງການເສັ້ນທາງ​ຄວາມ​ໄວ​ສູງ ​ໂນ້ຍບາຍ - ລາວ​ກາຍ ນອນ​ໃນ​ໂຄງການ​ຮ່ວມ​ມື​ລະຫວ່າງ 6 ປະ​ເທດ​ອານຸພາກ​ພື້ນ​ແມ່ນ​ນ້ຳຂອງຄື: ຫວຽດນາມ, ລາວ, ກຳປູ​ເຈຍ, ​ໄທ, ມຽນມາ ​ແລະ ຈີນ. ກິດຈະກຳ​ສຳຄັນ​ດັ່ງກ່າວ​ນຳ​ເຂົ້າ​ໃຊ້​ການຈະ​ເປີດ​ກາລະ​ໂອກາດ​ພັດທະນາ​ເສດຖະກິດ​ສັງຄົມ​ໃຫ້​ບັນດາ​ທ້ອງ​ຖິ່ນ​ເຂດຕາ​ເວັນ​ຕົກ​ພາກ​ເໜືອ  ​ແລະ ທົ່ວ​ປະ​ເທດ,  ​ເປັນ​ການ​ຕະຕຸກ​ຊຸກຍູ້​ການ​ເຕີບ​ໂຕ ​ແລະ ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ.

        ​​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ຕັດ​ແຖບ​ຜ້າ​​ໂຮງງານຂາງ​ເຫຼັກກ້າລາວກາຍ. ໂຄງການດັ່ງກ່າວແມ່ນສັນຍາລັກ ທີ່ລະອຽດໃນພັວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ - ຈີນ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້ບັນດາ​ຝ່າ​ຍຮ່ວມ​ທຸລະ​ກິດ​ບົນ​ຈິດ​ໃຈ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສືບ​ຕໍ່​ຄຸ້ອມຄອງ, ​ເຄື່ອນ​ໄຫວ, ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິ​ຜົນ, ຕອບ​ສະ​ນອງ​ຄວາມ​ຕ້ອງການ​​ເຫຼັກ​ກ້າ​ໃນ​ທ້ອງຕະຫຼາດ, ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ