ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມລາຍການພົບປະແລກປ່ຽນສິລະປະ “ເສັ້ນທາງເງິນຕາ”

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມລາຍການພົບປະແລກປ່ຽນສິລະປະ “ເສັ້ນທາງເງິນຕາ” - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມລາຍການ
ພົບປະແລກປ່ຽນສິລະປະ “ເສັ້ນທາງເງິນຕາ”
(ພາບ: chinhphu.vn)


​(vovworld) –  ລາຍການ​ພົບ​ປະ​ແລກປ່ຽນ​ສະ​ແດງສິລະ​ປະ “​ເສັ້ນທາງ​ເງິນຕາ” ຖືກ​ດຳເນີນ​ໄປ​ໃນ​ຕອນ​ຄໍ່​າວັນ​ທີ 17/04, ຢູ່​ຫໍ​ປະຊຸ​ມທົ໋ງວ​ເຍີ​ດ, ນະຄອນ​ໂຮ່ຈິ​ມິນ. ນີ​ແມ່​ນຄັ້ງ​ທຳ​ອິດ​ຈັດ​ລາຍການມີ​ຫົວ​ຂໍ້​ກ່ຽວ​ກັບ “​ເສັ້ນທາງ​ເງິນຕາ” ​ໄດ້ວາດ​ພາບຄືນ​ຜ່ານ​ບັນດາ​ເລື່ອງ​ລາວ​ປະຫວັດສາດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ການ​ເງິນ​ທະນາຄານ ​ໃນ​ໄລຍະ​ສົງ​ຄາມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ ​ແລະ ຍ້ອງຍໍ​ບັນດາ​ການ​ອຸທິດ​ສ່ວນ​ຂອງ​ພະນັກງານ​ທະນະ​ຄານ​ລຸ້ນຕ່າງໆ ​ໃນ​ພາລະ​ກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ມາ​ໃຫ້​ປະ​ເທດ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ກໍ່​ຄື​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ຄື​ປະຈຸ​ບັນ. ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໝູ່​ຄະນະ, ການ​ນຳ​, ລັດຖະກອນ, ພາລະ​ກອນ​ຂະ​ແໜງ​ທະນາຄານ ຈະ​ມານະ​ພະຍາຍາມ​ສູ້​ຊົນ​ຫຼາຍກວ່າ​ອີກ ​ເພື່ອ​ນຳ​ລະບົບ​ທະນາຄານ​ພັດທະນາ​ຢ່າງ​ວ່ອງ​ໄວ, ຮອບດ້ານ, ມີປະສິດທິ​ຜົນ, ປອດ​ໄພ, ໝັ້ນຄົງ, ​ເຊື່ອມ​​ໂຍງ​ຢ່າງ​ສຳ​ເລັດຜົນ, ປະກອບສ່ວນ​ຢ່າງ​ຕັ້ງໜ​້າ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່.

ຂ່າວ/ບົດ​ອື່ນ