ນາຍົກລັດຖະມົນຕີ ຫວຽດນາມ ພົບປະເຈລະຈາກັບນາຍົກລັດຖະມົນຕີ ໄທ ແລະ ນາຍົກລັດຖະມົນຕີ ລາວ

(VOVWORLD) -ຕອນບ່າຍວັນທີ 15 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຢູ່ນອກກອງປະຊຸມສຸດຍອດການຮ່ວມມືເສດຖະກິດແມ່ນ້ຳ ອາເຢຢາວາດີ - ແມ່ນ້ຳ ເຈົ້າພະຍາ - ແມ່ນ້ຳຂອງ ( ACMECS ) ຄັ້ງທີ 8 ຢູ່ ບາງກອກ ປະເທດໄທ.
ນາຍົກລັດຖະມົນຕີ ຫວຽດນາມ  ພົບປະເຈລະຈາກັບນາຍົກລັດຖະມົນຕີ ໄທ ແລະ ນາຍົກລັດຖະມົນຕີ ລາວ - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ກັບທ່ານນາຍົກລັດຖະມົນຕີ  ປຣາຢຸດ ຈັນໂອຊາ  ແລະ ພັນລະຍາ ພາບ: TTXVN

ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການຜັນຂະຫຍາຍບັນດາກົນໄກການຮ່ວມມືສຳຄັນລະຫວ່າງ 2 ປະເທດໃນປີ 2018, ພິເສດ ແມ່ນກອງປະຊຸມຄະນະລັດຖະບານຮ່ວມຄັ້ງທີ 4, ບັນດາກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍ ແລະ ຄະນະກຳມະການປະສົມການຄ້າ ຫວຽດນາມ - ໄທ ຄັ້ງທີ 3.

        ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງທະນາຄານກະສິກຳຂອງ ໄທ ກັບກົມພັດທະນາວິສາຫະກິດ, ກະຊວງແຜນການ ແລະ ການລົງທຶນຂອງ ຫວຽດນາມ, ແລະ ສັນຍາລະຫວ່າງບໍລິສັດ ຊວນເກົາ ຈຳກັດ ຂອງ ຫວຽດນາມ ກັບບໍລິສັດ B.Grimm ຂອງໄທ ກ່ຽວກັບການຮ່ວມມືພັດທະນາໂຮງງານໄຟຟ້ານຳໃຊ້ພະລັງງານແສງຕາເວັນ ເຢົາຕຽງ 1 ແລະ ເຢົາຕຽງ 2 ຢູ່ແຂວງ ໄຕນິງ.

ນາຍົກລັດຖະມົນຕີ ຫວຽດນາມ  ພົບປະເຈລະຈາກັບນາຍົກລັດຖະມົນຕີ ໄທ ແລະ ນາຍົກລັດຖະມົນຕີ ລາວ - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

        ແລະກໍ່ໃນຕອນບ່າຍວັນທີ 15 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. ທີ່ການພົບປະເຈລະຈາ, ດ້ວຍຄວາມຕັດສິນໃຈ ສືບຕໍ່ນຳການຮ່ວມມື 2 ຝ່າຍເຂົ້າສູ່ລວງເລິກ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງກ່ຽວກັບໝາກຜົນຂອງກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຢ່າງຄົບຖ້ວນ, ມີບັນດາມາດຕະການຢ່າງຂ້ຽວຂາດ ເພື່ອແກ້ໄຂບັນດາບັນຫາທີ່ຍັງຕິດຂັດ, ພິເສດ ແມ່ນບັນດາໂຄງການຮ່ວມມືຈຸດສຸມໃນບັນດາຂົງເຂດພະລັງງານ, ຂຸດຄົ້ນແຮ່ທາດ ແລະ ການເຊື່ອມຕໍ່ການຄົມມະນາຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ 2 ຝ່າຍ ສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນໃນ ອາຊຽນ ແລະ ບັນດາເວທີປາໄສຫລາຍຝ່າຍອື່ນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ແຕ່ລະປະເທດ ກໍ່ຄືຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ