ນາຍົກລັດຖະມົນຕີ ຫວຽດນາມ ອອກເດີນທາງໄປຢ້ຽມຢາມ ລັດເຊຍ, ນອກແວ ແລະ ຊູແອັດ ຢ່າງເປັນທາງການ

(VOVWORLD) -  ຕາມລາຍການ, ວັນທີ 20 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້້ອອກຈາກຮ່າໂນ້ຍ ເດີນທາງໄປຢ້ຽມຢາມບັນດາປະເທດ ສະຫະພັນລັດເຊຍ, ລາຊະອານາຈັກ ນອກແວ ແລະ ລາຊະອານາຈັກ ຊູແອັດ ຢ່າງເປັນທາງການ. 
ນາຍົກລັດຖະມົນຕີ ຫວຽດນາມ ອອກເດີນທາງໄປຢ້ຽມຢາມ ລັດເຊຍ,  ນອກແວ ແລະ  ຊູແອັດ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ເດີນທາງໄປຢ້ຽມຢາມລັດເຊຍ, ນອກແວ ແລະ ຊູແອັດ  (ພາບປະກອບ: TTXVN)

ບັນດາການຢ້ຽມຢາມດັ່ງກ່າວ ໄດ້ປະຕິບັດຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Dmitri Medvedev, ທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg ແລະ ທ່ານນາຍົກລັດຖະມົນຕີ ຊູແອັດ  Stefan Löfven.

        ການຢ້ຽມຢາມບັນດາປະເທດ ລັດເຊຍ, ນອກແວ ແລະ ຊູແອັດ ໃນລະຫວ່າງວັນທີ 20 - 28 ພຶດສະພາ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແມ່ນເພື່ອແນໃສ່ສືບຕໍ່ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບບັນດາປະເທດດັ່ງກ່າວເລິກເຊິ່ງຂຶ້ນຕື່ມ ແລະ ເພີ່ມທະວີການຮ່ວມມືກັບປະເທດເຫຼົ່ານັ້ນ ໃຫ້ມີປະສິດທິຜົນກວ່າເກົ່າ.


ຕອບກັບ

ຂ່າວ/ບົດ​ອື່ນ