ນາຍົກລັດຖະມົນຕີ ຫວຽນຊວນຝຸກ ເຂົ້າຮ່ວມກອງປະຊຸມການລົງທຶນ ເຂົ້າໃສ່ແຂວງ ດັ໊ກນົງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຕີລາຄາວ່າຄວາມສາມາດບົ່ມຊ້ອນໃນການພັດທະນາກະສິກຳ ເຕັກໂນໂລຊີສູງຂອງ ດັ໊ກນົງ ແມ່ນໃຫ່ຍຫຼວງທີ່ສຸດ

ຕອນບ່າຍວັນທີ 14 ມັງກອນ, ທີ່ ດັ໊ກນົງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ແຂວງ ດັ໊ກນົງ 2019. ກອງປະຊຸມໃນຫົວຂໍ້: “ດັ໊ກນົງ - ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດໃນການລົງທຶນ” ເຊິ່ງດຶງດູດຜູ້ແທນເຂົ້າຮ່ວມປະມານ 1000 ຄົນ, ໃນນັ້ນມີນັກລົງທຶນປະມານ 700 ຄົນ.

ນາຍົກລັດຖະມົນຕີ ຫວຽນຊວນຝຸກ ເຂົ້າຮ່ວມກອງປະຊຸມການລົງທຶນ ເຂົ້າໃສ່ແຂວງ ດັ໊ກນົງ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕີລາຄາສູງການນຳຂອງແຂວງ ທີ່ໄດ້ຄົ້ນພົບບັນດາຄວາມສາມາດບົ່ມຊ້ອນໃນການພັດທະນາ ເພື່ອດຶງດູດນັກລົງທຶນ. ທ່ານນາຍົກລັດຖະມົນຕີ ຕີລາຄາວ່າຄວາມສາມາດບົ່ມຊ້ອນໃນການພັດທະນາກະສິກຳ ເຕັກໂນໂລຊີສູງຂອງ ດັ໊ກນົງ ແມ່ນໃຫ່ຍຫຼວງທີ່ສຸດ, ໂດຍສະເພາະແມ່ນດິນ bazan, ເຊິ່ງເອື້ອອຳນວຍໃຫ້ແກ່ການຂະຫຍາຍຕົວຂອງຕົ້ນໄມ້ອຸດສາຫະກຳ. ທ່າແຮງອີກຢ່າງໜຶ່ງຂອງ ແຂວງ ດັ໊ກນົງ ທີ່ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງ ແມ່ນການພັດທະນາການທ່ອງທ່ຽວ ອີງໃສ່ທ່າໄດ້ປຽບທາງດ້ານທັດສະນີຍະພາບ, ມີຜະລິດຕະພັນວັດທະນະທຳ ທີ່ເປັນເອກະລັກຫຼາຍຢ່າງ ຂອງບັນດາຊົນເຜົ່າ. ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນໃນການພັດທະນາອຸດສາຫະກຳປຸງແຕ່ງແຮ່ທາດ ຢູ່ ດັ໊ກນົງ. ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ທ້ອງຖິ່ນຄົ້ນຄວ້າ, ສ້າງບົດລາຍງານຕີລາຄາກ່ຽວກັບປະສິດທິຜົນ, ຜົນກະທົບຕໍ່ສະພາບແວດລ້ອມຂອງບັນດາໂຄງການປຸງແຕ່ງ ເພື່ອໃຫ້ມີການກຳນົດທິດທາງການລົງທຶນພັດທະນາໃນຕໍ່ໜ້າ, ແລ້ວສະເໜີຕໍ່ນາຍົກລັດຖະມົນຕີ ພິຈາລະນາຕົກລົງ.

ທ່ານນາຍົກລັດຖະມົນຕີ ຖືວ່າແຂວງ ດັ໊ກນົງ ຕ້ອງແກ້ໄຂລະບຽບການດ້ານບໍລິຫານໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນລະບຽບການກ່ຽວກັບທີ່ດິນ, ເພື່ອສ້າງຄວາມສະດວກໃຫ້ແກ່ນັກລົງທຶນ; ຕ້ອງຖືຄວາມສຳເລັດຂອງນັກລົງທຶນເປັນຄວາມສຳເລັດຂອງທ້ອງຖິ່ນ. ສຳລັບນັກລົງທຶນ, ທ່ານນຍົກລັດຖະມົນຕີ ກໍ່ສະເໜີໃຫ້ນັກລົງທຶນເວົ້າຕ້ອງໄປຄຽງຄູ່ກັບການປະຕິບັດ, ປະຕິບັດຂໍ້ສັນຍາໃນການລົງທຶນເປັນຢ່າງດີ ແລະ ນຳໃຊ້ແຮງງານທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ