ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມສາມັນປະຈຳເດືອນ 01/2015

ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມສາມັນປະຈຳເດືອນ 01/2015 - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເປັນປະທານ
ກອງປະຊຸມສາມັນປະຈຳເດືອນ 01/2015
(ພາບ: chinhphu.vn)


(vovworld) – ວັນ​ທີ 30/01, ຢູ່​ສຳນັກງານ​ລັດຖະບານ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ, ລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ສາມັນ​ປະຈຳ​ເດືອນ 01/2015, ຮັບ​ຟັງ​ ​ແລະ ປຶກສາ​ຫາ​ລື​ບົດ​ລາຍ​ງານ​ສະພາບ​ການ​ເສດຖະກິດ​ສັງຄົມ ​ໃນ​ເດືອນ 01/2015, ສະພາບ​ການ​ຜັນ​ຂະຫຍາຍ​ມະຕິ​ເລກທີ 01/NQ-CP ຂອງ​ລັດຖະບານ​ກ່ຽວ​ກັບ​ບັນດາ​ໜ້າ​ທີ່, ມາດ​ຕະການ​ແກ້​ໄຂ​ຕົ້ນ​ຕໍການ​ຊີ້​ນຳ​ບໍລິຫານ​ການ​ປະຕິບັດ​ແຜນການ​ພັດທະນາ​​ເສດຖະກິດ​ສັງຄົມ ​ແລະ ​ແຜນງົບປະມານ​ຂອງ​ລັດ​ປີ 2014.

   ກ່າວ​ຄຳ​ເຫັນ​ທີ່ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ລັດຖະບານ ປະກອບ​ຄຳ​ເຫັນ​ໃນ​ການ​ເປັນ​ເຈົ້າ​ການ​ຊີ້​ນຳ​ການ​ບໍລິຫານ​ເສດຖະກິດ​ມະຫາ​ພາກ ຕໍ່​ໜ້າການ​ຜັນ​ແປ​ທີ່​ສັບສົນ​ຂອງ​ລາຄາ​ນ້ຳມັນ​ໂລກ. ພ້ອມ​ທັງ​ສືບ​ຕໍ່​ປຶກສາ​ຫາລື, ຍົກ​ອອກ​ມາດ​ຕະການ​ແກ້​ໄຂ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ; ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ; ຍູ້​ແຮງ​ການ​ປະຕິບັດ​ບັນດາ​ຂອດ​ບຸກທະລຸ​ຍຸ​ທະ​ສາດ… ຮັບປະກັນ​ໃຫ້​ປະຊາຊົນ​ຕ້ອນຮັບ​ບຸນປີ​ໃໝ່​ຢ່າງ​ປອດ​ໄ​ພ ​ແລະ ປະຢັດ.

ຂ່າວ/ບົດ​ອື່ນ