ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດຖະຫວາຍດອກໄມ້, ຈູດທູບທຽນ ອາໄລຫາປະທານ ໂຮ່ຈິມີນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2019) ແລະ 50 ປີແຫ່ງວັນປະຕິບັດຕາມ ຄຳພິໄນກຳ ຂອງປະທານ ໂຮ່ຈິມີນ, ວັນທີ 18 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຖະຫວາຍດອກໄມ້, ຈູດທູບທຽນອາໄລຫາປະທານໂຮຈິມີນ ຢູ່ຫໍບູຊາປະທານໂຮຈິມີນໃນພູເຂົາບາວິ່, ຮ່າໂນ້ຍ.
ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດຖະຫວາຍດອກໄມ້, ຈູດທູບທຽນ ອາໄລຫາປະທານ ໂຮ່ຈິມີນ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)

        ທີ່ຫໍບູຊາປະທານໂຮ່ຈິມີນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ອະດີດປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ຖະຫວາຍດອກໄມ້, ຈູດທູບທຽນດ້ວຍຄວາມເຄົາລົບເພື່ອລະນຶກເຖິງຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານໂຮ່ຈິມີນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກໍ່ມອບທຶນ ສົ່ງເສີມການສຶກສາ 16 ທຶນໃຫ້ແກ່ບັນດານັກຮຽນຢູ່ 16 ຕາແສງໃນເຂດບໍລິເວນ ປ່າສະຫງວນແຫ່ງຊາດ ບາວິ່.

        ແລະກໍ່ໃນວັນທີ 19 ສິງຫາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ບັນດາທ່ານຮອງປະທານສະພາແຫ່ງຊາດຄື: ທ່ານອວງຈຸລິວ, ຟຸ່ງກ໊ວກຫ໋ຽນ ແລະ ການນຳຫ້ອງວ່າການສະພາແຫ່ງຊາດໄດ້ໄປຖະຫວາຍດອກໄມ້, ຈູດທູບທຽນ, ອາໄລຫາປະທານໂຮຈິມີນຢູ່ເຮືອນເລກທີ 67, ເຂດອະນຸສອນສະຖານ ປະທານ ໂຮ່ຈິມີນ ຢູ່ທຳນຽບປະທານປະເທດຢູ່ນະຄອນຫຼວງຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ