ນາຍົກລັດຖະມົນຕີການາດາຮຽກຮ້ອງການເລືອກຕັ້ງຄັ້ງໃຫຍ່

ນາຍົກລັດຖະມົນຕີການາດາຮຽກຮ້ອງການເລືອກຕັ້ງຄັ້ງໃຫຍ່ - ảnh 1
ທ່ານນາຍົກລັດຖະມົນຕີການາດາ​ Stephen Harper
(ພາບປະກອບ)


​​(vovworld) - ທ່ານນາຍົກລັດຖະມົນຕີການາດາ​ Stephen Harper, ວັນ​ທີ 02/08, ຖະ​ແຫຼ​ງວ່າ​ ​ໄດ້ຍຸບ​ເລີ​ກລັດຖະສະພາ ​ແລະ ຮຽກ​ຮ້ອງ​ການ​ເລື​ອກຕັ້ງ​ຄັ້ງ​ໃຫຍ່​ໃນ​ວັນ​ທີ 19/10. ​​ແຈ​້ງການ​ດັ່ງກ່າວ​ໄດ້​​ເປັນ​ການ​ເປີດ​ສາກ​ໃຫ້​ບັ້ນຫາ​​ສຽງ​ເລືອກ​ຕັ້ງ ທີ່​ແກ່ຍາວ​ເປັນ​ເວລາ 11 ສັບປະດາ​ຂອງ​ທ່ານ Stephen Harper ​ເພື່ອ​​ແນ​ໃສ່​ຊອກຫາ​ອາຍຸ​ການ​ທີ 4 ດ້ວຍ​ບັນດາ​ຈຸດ​ສຸມ​ແມ່ນ​ ແກ້​ໄຂສະພາບ​ຊັກ​ຊ້າ​ຂອງພື້ນຖານ​ເສດຖະກິດ​ກາ​ນາ​ດາ​. ​ແຈ້ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ກອງປະຊຸມລະຫວ່າງ ທ່ານນາຍົກລັດຖະມົນຕີ Stephen Harper ແລະ ຜູ້ຮັກສາການການາດາ David Johnson, ຜູ້ຕາງໜ້າພະລາຊິນີ Elizabeth II.

ຂ່າວ/ບົດ​ອື່ນ