ນາຍົກລັດຖະມົນຕີກຳປູເຈຍກ່າວເຕືອນຈະລົງໂທດບັນດາຜູ້ສືບຕໍຕິຕຽນແຜນທີ່ຂີດ​ເສັ້ນ​ຊາຍ​ແດນ

ນາຍົກລັດຖະມົນຕີກຳປູເຈຍກ່າວເຕືອນຈະລົງໂທດບັນດາຜູ້ສືບຕໍຕິຕຽນແຜນທີ່ຂີດ​ເສັ້ນ​ຊາຍ​ແດນ - ảnh 1
(ທ່ານ​ນາຍົກລັດຖະມົນຕີກຳປູ​ເຈ​ຍ Hun Sen)

(vovworld) – ວັນ​ທີ 26/08, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈ​ຍ Hun Sen ​ໄດ້​ກ່າວ​ເຕືອນ​ວ່າ ຈະ​ມີ​ການ​ກະທຳ​ດ້​ານກົດໝາຍ​ສຳລັບ​ບໍ່​ວ່າ​ຜູ້​ໃດ​ສືບ​ຕໍ່​ຕູ່​ຫາ​ລັດຖະບານ​ນຳໃຊ້​ແຜນ​ທີ່​ປອມ ​ໃນ​ວຽກງານ​ຂີດ​ເສັ້ນ​ຊາຍ​ແດນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ແນະນຳນະ​ໂຍບາຍ​ພັດທະນາ​ອຸດສາຫະກຳ​ຢູ່​ຫໍ​ສັນຕິພາບ, ທີ່​ນະຄອນຫຼວງ ພະນົມ​ເປັນ, ທ່ານ​ນາຍົກລັດຖະມົນຕີ Hun Sen ​ເນັ້ນ​ໜັກ​ວ່າ, ບໍ່​ວ່າ​ຜູ້​​ໃດ​​ຖ​້າ​ສືບ​ຕໍ່ຕູ່​ຫາ​ລັດຖະບານ​ນຳ​ໃຊ້​ແຜນ​ທີ່​ປອ​ມ ຈະ​ຕ້ອງ​ຖືກລົງ​ໂທດ​ຕາມ​ກົດໝາຍ​ໃນ​ທັນທີ ​ແລະ ບໍ່​ໄດ້​ຮັບ​ການ​ອະນຸ​ໂລ​ມ​ໃດ​ໆ. ລັດຖະບານ​ກຳປູ​ເຈຍ ຖືນີ້​ແມ່ນ​ບັນດາ​ການ​ກະທຳ​ກໍຄວາມ​ຂາດ​ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບສາທາລະນະ, ​​ເພື່​ອເຮັດ​ໃຫ້​ປະຊາຊົາ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ບັນຫາ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ