ນາຍົກລັດຖະມົນຕີຍີ່ປຸ່ນປາດຖະໜາຢາກພົບປະກັບການນຳຈີນ ຢູ່ນອກ G20

(VOVWORLD) -ວັນທີ 11 ມິຖຸນາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ສະແດງຄວາມປາດຖະໜາຢາກດຳເນີນການເຈລະຈາ 2 ຝ່າຍກັບທ່ານປະທານປະເທດຈີນ ສີຈີ້ນຜິງ ໃນທ້າຍເດືອນ ມິຖຸນາ ນີ້, ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າ (G20) ເຊິ່ງຈະດຳເນີນຢູ່ Osaka, ປະເທດຍີ່ປຸ່ນ.

ກ່າວຄຳເຫັນໃນການຕ້ອນຮັບທ່ານເອກອັກຄະລັດຖະທູດຈີນ ໂຄງຊວຽນເຢົາ, ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີທີ່ນະຄອນຫຼວງໂຕກຽວ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຫວັງວ່າ, 2 ປະເທດອາດຈະພ້ອມກັນກ້າວເຂົ້າສູ່ສັງກາດໃໝ່ຂອງການພົວພັນລະຫວ່າງຍີ່ປຸ່ນ - ຈີນ.

        ຄາດຄະເນວ່າ, ທ່ານປະທານປະເທດຈີນ ສີຈີ້ນຜິງ ຈະມີການໄປຢ້ຽມຢາມຍີ່ປຸ່ນ ເປັນຄັ້ງທຳອິດພາຍຫຼັງຂຶ້ນກຳອຳນາດເມື່ອປີ 2013 ເພື່ອເຂົ້າຮ່ວມກອງປະຊຸມ G20, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 28 – 29 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ