ນາຍົກລັດຖະມົນຕີຕວກກີກ່າວເຕືອນຍັງມີໄພເກີດການກໍ່ລັດຖະປະຫານຄັ້ງໃໝ່

ນາຍົກລັດຖະມົນຕີຕວກກີກ່າວເຕືອນຍັງມີໄພເກີດການກໍ່ລັດຖະປະຫານຄັ້ງໃໝ່ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຕວກກີ Binali Yildirim
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ວັນ​ທີ 22/7, ທ່ານ​ນາຍົກລັດຖະມົນຕີ ຕວກກີ Binali Yildirim ​ໃຫ້​ຮູ້​ວ່າ: ​ມີ​ໄພ​ຈະ​ເກີດ​ການ​ກໍ່ລັດຖະປະຫານ​ຄັ້ງ​ໃໝ່, ​ແຕ່​ຢັ້ງຢືນ​ວ່າ ລັດຖະບານ ​ແລະ ບັນດາ​ອົງ​ການ​ກ່ຽວຂ້ອງພວມ​ຄວບ​ຄຸມ​ສະພາບ​ການ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ເກີດ​ການ​ກໍ່ລັດຖະປະຫານ​ຢ່າງ​ບໍ່​ປະສົບ​ຜົນສຳ​ເລັດຂອງ​ນາຍ​ທະຫານ ​ແລະ ທະຫານ​ກອງທັບ ຕວກກີ ​ທີ່ເຮັດ​ໃຫ້ 246 ຄົນ​ເສຍ​ຊີວ​ິ​ດເປັນ​ເວ​ລາ 1 ອາທິດ, ທ່ານ​ນາຍົກລັດຖະມົນຕີ Yildirim ຊີ້​ແຈ້ງວ່າ ​ໄພ​ນາບ​ຂູ່​ບໍ່​ທັນສູນຫາ​ຍ​ໄປ, ພ້ອມ​ທັງ​ຮຽກຮ້ອງ​​ໃຫ້​ປະຊາຊົນ​ປະ​ເທດ​ນີ້​ຈົ່ງ​ອູ່​ນອຽນ​ທຸ່ມ​ທຽງ, ຊີວິດ​ການ​ເປັນ​ຢູ່​ໄດ້​ກັບ​ຄືນ​ສູ່​ປົກກະຕິ.


ຂ່າວ/ບົດ​ອື່ນ