ນາຍົກລັດຖະມົນຕີຕ້ອນຮັບປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ

(VOVWORLD) - ທີ່ການຕ້ອນຮັບທ່ານປະທານອະນຸກຳມະການ ອາຊີ - ປາຊີຟິກ, ປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ Ted Yoho ໃນຕອນບ່າຍວັນທີ 16 ຕຸລາ ຢູ່ສຳນັກງານລັດຖະບານ ຫວຽດນາມ,
ນາຍົກລັດຖະມົນຕີຕ້ອນຮັບປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານTed Yoho (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕີລາຄາສູງເລື່ອງ ສະພາແຫ່ງຊາດ ອາເມລິກາ ໃນນັ້ນມີຫລາຍສະມາຊິກສະພາຕ່ຳໄດ້ສະໜັບສະໜູນໃຫ້ນະໂຍບາຍຂອງ ອາເມລິກາ ມຸ່ງໄປເຖິງພາກພື້ນ ອາຊີ - ປາຊີຟິກ ແລະ ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃນທຸກຂົງເຂດໃຫ້ດີກ່ວາອີກ ເປັນຕົ້ນແມ່ນໃນການຊຸກຍູ້ຜັນຂະຫຍາຍບັນດາໂຄງການລົງທຶນຂອງບັນດາວິສາຫະກິດ ອາເມລິກາ ຢູ່ ຫວຽດນາມ.

        ສ່ວນທ່ານປະທານອະນຸກຳມະການ ອາຊີ - ປາຊີຟິກ, ປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ Ted Yoho ໃຫ້ຮູ້ວ່າ: ທ່ານຈະມານະພະຍາຍາມຫລາຍກ່ວາອີກ ໃນການຊຸກຍູ້ການແລກປ່ຽນການຄ້າ, ການຮ່ວມມືວັດທະນະທຳ, ການຄ້າ, ແບ່ງປັນບົດຮຽນໃນຂົງເຂດນິຕິບັນຍັດ ປະກອບສ່ວນນຳການພົວພັນຄູ່ຮ່ວມມືຮອບດ້ານ ເຊິ່ງພວມພັດທະນາແຂງແຮງທີ່ສຸດ ລະຫວ່າງ 2 ປະເທດ ສືບຕໍ່ບັນລຸໄດ້ບັນດາຜົນສຳເລັດໃໝ່ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ