ນາຍົກລັດຖະມົນຕີພົບປະບັນດາຊາວໜຸ່ມຫວຽດນາມທີ່ດີເດັ່ນ

ນາຍົກລັດຖະມົນຕີພົບປະບັນດາຊາວໜຸ່ມຫວຽດນາມທີ່ດີເດັ່ນ - ảnh 1
ທ່ານ  ຫງວຽນ​ຊວນ​ຟຸກ ​ພົບປະ​ກັບ​ຊາວ​ໜຸ່ມ​ຫວຽດນາມ​
ທີ່​ດີ​ເດັ່ນ 10 ຄົນ ​ແລະ ຊາວ​ໜຸ່ມ​ທີ່​ມີ​ແງ່​ຫວັງ 10 ຄົນ​ໃນ​ປີ 2016

(vovworld) - ຕອນ​ເຊົ້າ​ວັນ​ທີ 19/3, ຢູ່​ສຳນັກງານ​ລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການພົບປະ​ກັບ​ຊາວ​ໜຸ່ມ​ຫວຽດນາມ​ທີ່​ດີ​ເດັ່ນ 10 ຄົນ ​ແລະ ຊາວ​ໜຸ່ມ​ທີ່​ມີ​ແງ່​ຫວັງ 10 ຄົນ​ໃນ​ປີ 2016. ທ່ານ​ນາຍົກລັດຖະມົນຕີຕີລາຄາ​ວ່າ, ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ຄັ້ງ​ນີ້​ລ້ວນ​ແຕ່​ເປັນ​ຄົນ​ສະຫຼາດ​ສະຫຼຽວ, ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ອົງອາດ​ກ້າຫານ ​ແລະ ມີ​ຄວາມ​ເມົາ​ມົວ​ກັບ​ການ​ປະດິດ​ສ້າງ​ທີ່​ສຸດ, ​ເຂົາ​ເຈົ້າ​ໄດ້​ຮຳ່ຮຽນ, ບືນ​ຕົວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໂດຍ​ຮັບຮູ້ບັນດາຄວາມ​ເຫັນ, ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງບັນດາຊາວ​ໜຸ່ມ​ຫວຽດນາມ​ທີ່​ດີ​ເດັ່ນ ​ແລະ ​​ຊາວ​ໜຸ່ມ​ທີ່ເຕັມ​ໄປ​ດ້ວຍແງ່​ຫວັງ. ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ, ມະຫາວິທະຍາ​ໄລ​ບໍ່​ແມ່ນ​ເສັ້ນທາງ​ໜຶ່ງ​ດຽວ. ​ເປັນ​ຄົນ​ພິການ​ບໍ່​ໝາຍ​ຄວາມ​ວ່າ​ບໍ່​ມີ​ປະ​ໂຫຍ​ດ, ຫາກ​ຍັງ​ສາມາດ​ປະກອບສ່ວນ​ໃຫ້​ສັງຄົມ​ໄດ້. ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ:

​ເລື່ອງ​ຮັບຮອງ​ນາມມະຍົດ​ຊາວ​ໜຸ່ມ​ ຫວຽດນາມ ທີ່​ດີ​ເດັ່ນ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເປັນ​ກຽດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ໄດ້​ຮັບ​ການ​ຍ້ອງຍໍ​ແຕ່ລະຄົນ​ອີກ​ດ້ວຍ. ພວກ​ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ຄິດ​ວ່າ, ພວກ​ເພື່ອນ​ຈະ​ສືບ​ຕໍ່​ເປັນ​ແກ່ນສານ​ທີ່​ຫຼັກ​ແຫຼ່ງ, ​ແຜ່​ຂະຫຍາຍ​ບັນດາ​ຄຸນຄ່າ​ທີ່​ດີງາມ, ​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ​ໃຫ້​ບັນດາ​ເພື່ອນ​ໜຸ່ມ​ຮຳ່ຮຽນ ​ແລະ ປະຕິ​ບັດ​ຕາມ. ປະກອບສ່ວນ​ພັດທະນາ​ຊາວ​ໜຸ່ມ ຫວຽດນາມ​ໃນ​ໄລຍະ​ໃໝ່​ຂອງ​ປະ​ເທດ​ຊາດ, ​ໄລຍະ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ໄລຍະ​ທີ່​ພວກ​ເຮົາ​ພວມຢືນ​ຢູ່​ຕໍ່ໜ້າການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4“.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ, ພັກ, ລັດ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ລຸ້ນໜຸ່ມ​​ເສີມ​ຂະຫຍາຍ​ນຳ້​ໃຈ​ປະດິດ​ສ້າງ, ປະກອບ ສ່ວນ​ອຸທິດ​ສ່ວນ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ