ນາຍົກລັດຖະມົນຕີມອບຂໍ້ຕົກລົງຮັບຮອງເມືອງຊວນໂລກ ແລະ ເທດສະບານ ລອງແຄ໋ງ ບັນລຸມາດຖານຊົນນະບົດໃໝ່

ນາຍົກລັດຖະມົນຕີມອບຂໍ້ຕົກລົງຮັບຮອງເມືອງຊວນໂລກ ແລະ ເທດສະບານ ລອງແຄ໋ງ ບັນລຸມາດຖານຊົນນະບົດໃໝ່ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
(ພາບ: chinhphu.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 24/01, ຢູ່​ເມືອງ ຊວງ​ໂລກ ​ແລະ ​ເທດສະບານ ລ​ອງ​ແຄ໋ງ (ແຂວງ​ດົ່ງ​ນາຍ) ​ໄດ້​ຮັບ​ຂໍ້​ຕົກລົງຂອງ​ນາຍົກລັດຖະມົນຕີ ຮັບ​ຮູ້​ບັນລຸ​ໄດ້​ມາດຖານ​ຊົນນະບົດ​ໃໝ່. ນີ​ກໍ່​ແມ່ນ 2 ຫົວໜ່ວຍ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ຍ້ອງ​ຍໍ​ແຂວງ​ດົ່ງ​ນາຍ ​ໄດ້​ກາຍ​ເປັນ​ແຂວງ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ດ້ວຍ​ຕົວ​ເລກ 38%, ຂະນະ​ທີ່​ຄິດ​ສະ​ເລ່ຍ​ໃນ​ທົ່ວ​ປະ​ເທດ​ຕາ​ແສງ​ບັນລຸ​ໄດ້​ມາດຖານ​ຊົນນະບົດ​ໃໝ່ບັນລຸ​ເກືອບ 9% ​ເທ່ົາ​ນັ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ໃຫ້​ແຂວງ​ດົ່ງ​ນາຍ ພ້ອມ​ກັບບັນດາ​ທ້ອງ​ຖິ່ນ​ອື່ນ ຕ້ອງ​ສືບ​ຕໍ່​ຖື​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳຄັນ; ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ຜະລິດ ​ແລະ ລ້ຽງສັດ. ທ່ານ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ, ຄາດໝາຍ​ຂອງ​ລັດຖະບານ​ແມ່ນ​ຮອດ​ທ້າຍ​ປີ 2015, ມີ 20% ຈຳນວນ​ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່ ​ແລະ ຄາດໝາຍ​ຍື່ນສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກ ​ແມ່ນ​ຈະ​ມີ ½ ຈຳນວນ​ຕາ​ແສງ​ໃນ​ທົ່ວ​ປະ​ເທດ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່ພາຍຫຼັງ 5 ປີ​ອີກ.

ຂ່າວ/ບົດ​ອື່ນ