ນາຍົກລັດຖະມົນຕີລາວຕີລາຄາສູງການໜູນຊ່ວຍແລະຊ່ວຍເຫຼືອຂອງ VOV

(VOVWORLD) -ຕອນເຊົ້າວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິທະຍຸກະຈາຍສຽງຫວຽດນາມ (VOV), ໂດຍທ່ານ ຫງວຽນເທ໋ກີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV, ເປັນຫົວໜ້າຄະນະ.

ນາຍົກລັດຖະມົນຕີລາວຕີລາຄາສູງການໜູນຊ່ວຍແລະຊ່ວຍເຫຼືອຂອງ VOV - ảnh 1

 ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ VOV

(ພາບ: Vietnam+)

ທີ່ການຕ້ອນຮັບ, ທ່ານ ຫງວຽນເທ໋ກີ ໃຫ້ຮູ້ວ່າ: ປີ 2018 ແມ່ນປີທ່ອງທ່ຽວຂອງລາວ, VOV ຈະນຳໃຊ້ບັນດາຊ່ອງສື່ສານຂອງ VOV ເພື່ອຊ່ວຍໂຄສະນາຄວາມງາມກ່ຽວກັບປະເທດຊາດ, ຊາວລາວ, ກໍຄືບັນດາຮີດຄອງປະເພນີອັນດີງາມຂອງປະຊາຊົນລາວ. ໃນໄລຍະຈະມາເຖິງ, VOV ຈະຊ່ວຍບຳລຸງສ້າງພະນັກງານ, ນັກຂ່າວ, ນັກເຕັກນິກ ແລະ ພະນັກງານໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດລາວ, ພ້ອມທັງຊ່ວຍຍົກລະດັບເຄື່ອງອຸປະກອນກະຈາຍສຽງ, ເຄື່ອງສົ່ງສັນຍານກະຈາຍສຽງ ແລະ ໂທລະພາບໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ.

        ສ່ວນທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຖືວ່າ, ວິທະຍຸກະຈາຍສຽງແຫ່ງຊາດ 2 ປະເທດ ຄວນສືບຕໍ່ເພີ່ມທະວີການຮ່ວມມື, ພ້ອມກັນຄົ້ນຄວ້າເພື່ອຜະລິດອອກບັນດາລາຍການມ່ວນ, ດູດດື່ມ ເພື່ອແນໃສ່ດຶງດູດຜູ້ຟັງ, ເຮັດແນວໃດຄຽງຂ້າງໂທລະພາບ ແລະ ບັນດາສື່ສັງຄົມອອນລາຍ, ລາຍການກະຈາຍສຽງຍັງຄົງແມ່ນຄວາມຕ້ອງການທີ່ຂາດບໍ່ໄດ້ຂອງປະຊາຊົນ 2 ປະເທດ.

ນາຍົກລັດຖະມົນຕີລາວຕີລາຄາສູງການໜູນຊ່ວຍແລະຊ່ວຍເຫຼືອຂອງ VOV - ảnh 2 (ທ່ານ ຫງວຽນເທ໋ກີ ໃຫ້ຮູ້ວ່າ, ຈະສະຫງວນການຊ່ວຍເຫຼືອສຳລັບວິທະຍຸກະຈາຍສຽງແຫ່ງຊາດລາວ)

ກ່ອນໜ້ານັ້ນ, ວັນທີ 20 ພະຈິກ, ຄະນະຜູ້ແທນ VOV ໄດ້ມີການເຈລະຈາກັບຄະນະຜູ້ແທນວິທະຍຸກະຈາຍສຽງແຫ່ງຊາດລາວ. ນະທີ່ນີ້, ທ່ານ ຫງວຽນເທ໋ກີ ໃຫ້ຮູ້ວ່າ, ຈະສະຫງວນການຊ່ວຍເຫຼືອສຳລັບວິທະຍຸກະຈາຍສຽງແຫ່ງຊາດລາວ ທາງດ້ານບຳລຸງສ້າງຊັບພະຍາກອນ, ມະນຸດ ພ້ອມທັງຈັດສົ່ງບັນດາຄະນະນັກຂ່າວຂອງ VOV ໄປຂຽນບົດ, ໂຄສະນາກ່ຽວກັບພາບພົດຂອງລາວ; ເຫັນດີສືບຕໍ່ປະຕິບັດບັນດາໂຄງການຍົກລະດັບເຄື່ອງອຸປະກອນກະຈາຍສຽງ, ເຄື່ອງສົ່ງສັນຍານກະຈາຍສຽງ, ໂທລະພາບຢູ່ບາງແຂວງຂອງລາວ.

        ໃນໄລຍະຢູ່ຢ້ຽມຢາມລາວ, ທ່ານ ຫງວຽນເທ໋ກີ ແລະ ຄະນະຜູ້ແທນ VOV ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມລາວ ກິແກ້ວ ໄຂຄຳພິທູນ; ຢ້ຽມຢາມສະຖານທູດຫວຽດນາມ ປະຈຳລາວ.

ຕອບກັບ

ຂ່າວ/ບົດ​ອື່ນ