ນາຍົກລັດຖະມົນຕີຫງວຽນຊວນຟຸກ ສິ້ນສຸດການຢ້ຽມຢາມນອກແວ

(VOVWORLD) -ຕອນທ່ຽງວັນທີ 26 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະໄດ້ເດີນທາງອອກຈາກນອກແວ, ສິ້ນສຸດການຢ້ຽມຢາມນອກແວແຕ່ວັນທີ 24 ຫາວັນທີ 25 ພຶດສະພາຢ່າງຈົບງາມ
ນາຍົກລັດຖະມົນຕີຫງວຽນຊວນຟຸກ ສິ້ນສຸດການຢ້ຽມຢາມນອກແວ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ແລະ ເຈົ້າຊີວິດນອກແວ Harald  

ກ່ອນໜ້ານັ້ນ, ໃນວັນທີ 25 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ໄດ້ຢ້ຽມຢາມກຸ່ມບໍລິສັດ Kongsberg ແລະ Pharmaq ຂອງນອກແວ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ໄດ້ຕີລາຄາສູງຮູບແບບການເຄື່ອນໄຫວຂອງບັນດາກຸ່ມບໍລິສັດ ແລະ ສະເໜີບັນດາກຸ່ມບໍລິສັດນອກແວ ຈົ່ງສົມທົບກັບບັນດາວິສາຫະກິດຫວຽດນາມເພື່ອຜັນຂະຫຍາຍບັນດາໂຄງການ, ເປັນຕົ້ນແມ່ນໃນສະພາບທີ່ຫວຽດນາມພວມຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງ, ພັດທະນາພະລັງງານທົດແທນ, ພະລັງງານສະອາດ.

     ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມບໍລິສັດ Pharmaq ຂຶ້ນກັບກຸ່ມບໍລິສັດ Zoetis ຢູ່ນະຄອນ Oslo ຊຶ່ງແມ່ນບໍລິສັດແຖວໜ້າຂອງໂລກກ່ຽວກັບສຸຂະພາບຂອງປາ ແລະ ລົງເລິກຄົ້ນຄ້ວາຢາວັກຊິນປົວພະຍາດໃຫ້ແກ່ປາ

ຕອບກັບ

ຂ່າວ/ບົດ​ອື່ນ